ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳນັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈັດພິທີຮ່ວມສົມທົບປັດໄຈ ເພື່ອຊ່ວຍເຫຼືອແຜ່ນດິນໄຫວທີ່ມຽນມາ

Apr 3, 2025

ໃນວັນທີ 31 ມີນາ 2025 ທີ່ສໍານັກງານໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ມີການຈັດພິທີຮ່ວມສົມທົບປັດໄຈ ເພື່ອນຳໄປຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ, ໃນພິທີມີພະນັກງານສຳນັກງານໃຫຍ່ທາງລົດໄຟ 80 ກວ່າຄົນ ລວມຜູ້ບໍລິຫານປະຈຳພາກສະໜານ ເຂົ້າຮ່ວມບໍລິຈາກສົມທົບເງິນເປັນຈຳນວນທັງໝົດ 36.000.000 ກີບ. ເງິນທັງໝົດແມ່ນ ຈະນໍາໄປຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວຄັ້ງຮ້າຍແຮງ 7.9 ຮິກເຕີ ທີ່ມຽນມາ ໃນວັນທີ 28 ມີນາ 2025 ທີ່ຜ່ານມາ ໂດຍຜ່ານສະຖານທູດມຽນມາ ປະຈຳ ສປປ ລາວ.
ທ່ານ ຫຼິວຫົງ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ໄດ້ກ່າວໃນພິທີວ່າ: ປະເທດລາວ, ປະເທດມຽນມາ ແລະ ປະເທດຈີນ ຕ່າງກໍເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ແລະ ມີສາຍພົວພັນອັນແໜ້ນແຟ້ນມາເປັນເວລາຍາວນານ ທັງໃນດ້ານວັດທະນາທຳ ແລະ ການຮ່ວມມືດ້ານເສດຖະກິດ ໂດຍສະເພາະແມ່ນພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ”. ການຊ່ວຍເຫຼືອເຊິ່ງກັນແລະກັນ ບໍ່ພຽງແຕ່ເປັນການສະແດງນໍ້າໃຈ ແລະ ແລະ ຄວາມຫ່ວງໃຍຕໍ່ກັນ, ຫາກຍັງເປັນການຮ່ວມກັນກໍ່ສ້າງ “ຄູ່ຮ່ວມຊະຕາກຳ” ທີ່ພ້ອມຄຽງບ່າຄຽງໄຫຼ່ໃນຍາມວິກິດ.
ຕໍ່ມາວັນທີ 1 ເມສາ 2025 ທ່ານ ຫຼິວຫົງ ຍັງໄດ້ເດີນທາງໄປຍັງສະຖານທູດມຽນມາ ປະຈໍາ ສປປ ລາວ ເພື່ອມອບປັດໄຈທັງໝົດໃຫ້ແກ່ສະຖານທູດມຽນມາຢ່າງເປັນທາງການ, ພ້ອມຖືໂອກາດນີ້ສະແດງຄວາມເສຍໃຈ, ໄວ້ອາໄລຕໍ່ເຫດການແຜ່ນດິນໄຫວ ແລະ ໄດ້ຮ່ວມລົງນາມໄວ້ອາໄລເຖິງຜູ້ເສຍຊີວິດ ແລະ ຮ່ວມສົ່ງກຳລັງໃຈໃຫ້ແກ່ປະຊາຊົນຊາວມຽນມາໃຫ້ຜ່ານຜ່າວິກິດ ແລະ ຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.