ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກ ດັ່ງນີ້:
1. ໃຫ້ຈັດຕັ້ງພິທີໄວ້ທຸກໃນທົ່ວປະເທດ ເປັນເວລາ 5 ວັນ ນັບແຕ່ວັນທີ 03-07 ເມສາ 2025. ຕະຫລອດໄລຍະເວລາໄວ້ທຸກ ໃຫ້ງົດທຸກກິດຈະກຳ ກ່ຽວກັບການຈັດງານລ້ຽງ, ການແຂ່ງຂັນກິລາ-ສິລະປະ ແລະ ງານບັນເທີງ ທຸກປະເພດ.
2. ໃຫ້ອົງການຕ່າງໆ ຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງແຕ່ລະຂັ້ນ, ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເອົາທຸງຊາດ ແລະ ທຸງພັກ ລົງເຄິ່ງເສົາ ນັບແຕ່ວັນທີ 03-07 ເມສາ 2025, ໃຫ້ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ກະກຽມສະຖານທີ່ຈັດຕັ້ງໄວ້ອາໄລ, ເປີດປື້ມໄວ້ອາໄລ ຢູ່ສຳນັກງານ ຂອງຕົນ.
3. ຢູ່ນະຄອນຫລວງວຽງຈັນ ຈະໄດ້ຈັດຕັ້ງການເຂົ້າຂໍ່ານັບສົບ ເປັນເວລາ 4 ວັນ ເລີ່ມແຕ່ວັນທີ 03-06 ເມສາ 2025, ຕອນເຊົ້າເລີ່ມແຕ່ເວລາ 8:30-12:00 ໂມງ, ຕອນບ່າຍ ເລີ່ມແຕ່ເວລາ 14:00- 17:00 ໂມງ.
ບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ, ບັນດາແຂວງ, ອົງການຈັດ ຕັ້ງສັງຄົມ, ຫົວໜ່ວຍຮາກຖານ ຕະຫລອດເຖິງພີ່ນ້ອງປະຊາຊົນ, ຍາດມິດ ທີ່ຢູ່ໃກ້ ແລະ ໄກ ຈົ່ງຈັດຕັ້ງຄະນະເຂົ້າຂໍ່ານັບສົບ ຕາມວັນເວລາ ທີ່ກໍານົດໄວ້.
4. ພິທີຊາປະນະກິດສົບ ລະດັບຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 07 ເມສາ 2025 ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ເດີ່ນພະທາດຫລວງ ນະຄອນຫລວງວຽງຈັນ.



