ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸ່ມຕົວແບບ ລ້ຽງສັດປີກເປັນຟາມ ສ້າງລາຍຮັບໄດ້ເກືອບ 200 ລ້ານກີບຕໍ່ປີ

Apr 3, 2025

ທ່ານ ນາງ ວິລະຄອນ ບັນທະເວີ ສະມາຊິກຊາວໜຸ່ມຕົວແບບໃນການລ້ຽງສັດປີກ ເປັນສິນຄ້າ ( ແສງລໍ່າຟາມຄົບວົງຈອນ) ຕາງໜ້າສະມາຊິກຊາວໜຸ່ມຈາກໜ່ວຍຮາກຖານຊາວໜຸ່ມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງເຊກອງ ຄັ້ງທີ VII ທີ່ໄຂຂຶ້ນ ແລະສໍາເລັດລົງໃນວັນທີ 31 ມີນາ 2025 ຜ່ານມາ ໃຫ້ຮູ້ວ່າ: ແສງລໍ່າຟາມຄົບວົງຈອນ ຕັ້ງຢູ່ບ້ານນໍ້າຫຽງ ເມືອງລະມາມ ແຂວງເຊກອງ ແຄມທາງເລກທີ 16B ຫ່າງຈາກເທສະບານແຂວງ ປະມານ 26 ກິໂລແມັດ, ມີເນື້ອທີ່ດິນ 10 ເຮັກຕາ, ແຕ່ນໍາໃຊ້ເນື້ອທີ່ 2 ເຮັກຕາ ເຂົ້າໃນການເຮັດຟາມລ້ຽງສັດປີກ ເຊິ່ງສ້າງຂຶ້ນໃນທ້າຍປີ 2020 ແລະດໍາເນີນກິດຈະການໃນປີ 2021, ມີໂຮງເຮືອນໄກ່ 3 ໂຮງເຮືອນ, ສາມາດບັນຈຸໄກ່ໄດ້ 25 ພັນໂຕ, ມີບ່ອນລ້ຽງນົກກະຈອກເທບ ແບ່ງເປັນ 2 ໂຊນ, ມີສາງເກັບຫົວອາຫານ, ອຸປະກອນຮັບໃຊ້ການຜະລິດ, ເຮືອນພັກພະນັກງານ, ເຊິ່ງໃຊ້ທຶນຄົງທີ່ ປະມານ 8 ຕື້ກວ່າກີບ.
ທ່ານ ນາງ ວິລະຄອນ ບັນທະເວີ ໃຫ້ຮູ້ຕື່ມວ່າ: ຈຸດລິເລີ່ມ ແລະແຮງບັນດານໃຈໃນການລິເລີ່ມເຮັດທຸລະກິດດັ່ງກ່າວແມ່ນໄລຍະການລະບາດໂຄວິດ-19 ທີ່ສົ່ງຜົນກະທົບ ເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫລາດເພີ່ມສູງຂຶ້ນ, ສິນຄ້າປະເພດໄຂ່ ຂາດແຄນ ສະໜອງບໍ່ພຽງພໍກັບຄວາມຕ້ອງການ, ສິນຄ້າສ່ວນໃຫຍ່ ແມ່ນນໍາເຂົ້າຈາກບັນດາແຂວງອ້ອມຂ້າງ, ສະນັ້ນ ຕົນເອງ ຈຶ່ງເລີ່ມມີແນວຄິດລິເລີ່ມ ແລະ ສຶກສາຄວາມເປັນໄປໄດ້, ອີງໃສ່ຫລາຍທ່າແຮງທີ່ມີພາຍໃນແຂວງເຊັ່ນ: ນະໂຍບາຍການສົ່ງເສີມ, ສະຖານເອື້ອອໍານວຍຄວາມສະດວກ, ແຮງງານພາຍໃນແຂວງ, ຕະຫຼາດຈໍາໜ່າຍທີ່ໝັ້ນຄົງ ແລະກວ້າງຂວາງ ໂດຍໄດ້ເລີ່ມລົງໄກ່ ໃນປີ 2021 ຈໍານວນ 5 ພັນໂຕ ເຊິ່ງເປັນການລ້ຽງທົດລອງ ແຕ່ສາມາດເກັບໄຂ່ໄດ້ 4.500 ໜ່ວຍ ຫຼື 150 ແຕະຕໍ່ມື້ ສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນແຂວງໄດ້ດີສົມຄວນ; ໃນເມື່ອເຫັນວ່າ ມີຄວາມສາມາດເປັນໄປໄດ້ ແລະ ການຜະລິດອອກມາ ທີ່ຍັງບໍ່ທັນພຽງພໍກັບຄວາມຕ້ອງການ, ມາໃນປີ 2022 ຈຶ່ງໄດ້ເພີ່ມຈໍານວນສັດລ້ຽງ ເປັນແມ່ພັນໄກ່ ຈໍານວນ 17 ພັນໂຕ, ສາມາດຜະລິດໄຂ່ໄດ້ 15.300 ໜ່ວຍ ຫຼື 533 ແຕະຕໍ່ມື້, ນອກຈາກຈໍາໜ່າຍພາຍໃນແຂວງແລ້ວ ຍັງໄດ້ສົ່ງອອກບັນດາແຂວງໃກ້ຄຽງທາງພາກໃຕ້ ແລະພາກເໜືອ; ສ່ວນການລ້ຽງນົກກະຈອກເທບ ແມ່ນພ້ອມຈໍາໜ່າຍ ຈໍານວນ 45 ໂຕ ໂດຍຜົນຜະລິດຈາກ ແສງລໍ່າຟາມຄົບວົງຈອນ ແມ່ນຊົມໃຊ້ພາຍໃນ 40%, ສົ່ງອອກຕ່າງແຂວງ 60%; ຮອດໄລຍະປີ 2023-2024 ໄດ້ນໍາເອົາໄກ່ ເຂົ້າມາລ້ຽງຕື່ມອີກ 5 ພັນໂຕ ເພື່ອຕອບສະໜອງຄວາມຕ້ອງການຂອງທ້ອງຕະຫຼາດ ຮັບປະກັນໃຫ້ມີໄຂ່ໄກ່ຈໍາໜ່າຍ ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ໃຫ້ໄດ້ຫຼາຍຂຶ້ນ. ໄລຍະຜ່ານມາ, ນອກຈາກການຈໍາໜ່າຍພາຍໃນ ແລະ ສົ່ງອອກແລ້ວ; ຜະລິດຕະພັນ ຈາກແສງລໍ່າຟາມຄົບວົງຈອນ ຍັງໄດ້ເຄື່ອນໄຫວເຂົ້າຮ່ວມບັນດາກິດຈະກຳວາງສະແດງສິນຄ້າ ພາຍໃນແຂວງ ແລະ ໄດ້ຮ່ວມລົງຂາຍສິນຄ້າຫຼຸດລາຄາ ທ້ອງຕະຫຼາດ ໂດຍຂາຍໃນລາສໍ່າຕົ້ນທຶນການຜະລິດ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ ແກ້ໄຂຊີວິດການເປັນຢູ່ໃນຊ່ວງເສດຖະກິດມີຄວາມຫຍຸ້ງຍາກ.
ທ່ານ ນາງ ວິລະຄອນ ບັນທະເວີ ກ່າວຕື່ມວ່າ: ກ່ອນທຸລະກິດພວກເຮົາ ຈະດໍາເນີນມາຮອດຈຸດນີ້ ແລະ ມີຄວາມໝັ້ນຄົງແມ່ນໄດ້ຮັບການຊຸກຍູ້ ສົ່ງເສີມຈາກພາກລັດ ໂດຍສະເພາະ ພະແນກການກ່ຽວຂ້ອງ, ກອງທຶນຊ່ວຍເຫຼືອເງິນກູ້ດອກເບ້ຍຕໍ່າ 3% (SME) ແລະ ສິ່ງອໍານວຍຄວາມສະດວກຕ່າງໆພາຍໃນຄອບຄົວ ຈຶ່ງເຮັດໃຫ້ທຸລະກິດຂະໜາດນ້ອຍ ກາຍມາເປັນທຸລະກິດ ຜະລິດເປັນສິນຄ້າ ສົ່ງອອກຈໍາໜ່າຍສູ່ທ້ອງຕະຫຼາດ ໄດ້ຢ່າງກວ້າງຂວາງ; ສໍາລັບແຜນການໃນຕໍ່ໜ້ານັ້ນ, ຖ້າຄວາມຕ້ອງການໃນທ້ອງຕະຫຼາດເພີ່ມຂຶ້ນ ແສງລໍ່າຟາມຄົບວົງຈອນ ກໍຈະເພີ່ມປະລິມານການຜະລິດ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.
ໂດຍ: ພ.ສີຫາວົງ, ຂ່າວເຊກອງ