ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ບັນຊາການປ້ອງກັນອາກາດ ສສ ມຽນມາ ລົງຢ້ຽມຢາມ ກຳລັງກອງທັບປະຊາຊົນລາວ ທີ່ກໍາລັງປະຕິບັດໜ້າທີ່ພາກສະໜາມ

Apr 3, 2025

ວັນທີ 2 ເມສາ 2025 ນີ້, ທ່ານ ພົນໂທ ມິວໂມອາວ ຜູ້ບັນຊາການປ້ອງກັນອາກາດ ກອງທັບ ມຽນມາ, ໃນນາມຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສສ ມຽນມາ ພ້ອມຄະນະ ລົງຢ້ຽມຢາມ ແລະ ຊຸກຍູ້ໃຫ້ກໍາລັງໃຈ ອ້າຍ-ນ້ອງ ກໍາລັງກອງທັບປະຊາຊົນລາວ ໃນການປະຕິບັດໜ້າທີ່ຊ່ວຍເຫຼືອ, ແກ້ໄຂຜົນກະທົບຈາກເຫດການແຜນດິນໄຫວ ຢູ່ເມືອງເຈົ່າແຊ ແຂວງ ມັນດາເລ ສສ ມຽນມາ, ໂດຍແມ່ນ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໃຫ້ການຕ້ອນຮັບ ແລະ ນໍາພາຄະນະ ເຄື່ອນໄຫວກວດກາເບິ່ງການປະຕິບັດໜ້າທີ່ຊ່ວຍເຫຼືອ ຂອງກໍາລັງກອງທັບປະຊາຊົນລາວ.
ການລົງຢ້ຽມຢາມ ແລະ ເຮັດວຽກ ທ່ານ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສສ ມຽນມາ ແລະ ອົງການປົກຄອງທ້ອງຖິ່ນໃນຄັ້ງນີ້ ໄດ້ໄປສັງເກດເບິ່ງວິທີການກອບກູ້, ແກ້ໄຂ ຂອງໝວດກູ້ໄພ ກອງທັບປະຊາຊົນລາວ ຮ່ວມກັບພາກສ່ວນກູ້ໄພ ຂອງ ສສ ມຽນມາ ທີ່ພວມປະຕິບັດໜ້າທີ່ແກ້ໄຂຕາມຈຸດຫັກພັງຢູ່ຫຼັງຄາຫ້ອງການປົກຄອງເມືອງເຈົ້າແຊ ແລະ ການປິ່ນປົວຜູ້ບາດເຈັບຢູ່ໂຮງໝໍເມືອງເຈົ້າແຊ ຂອງໝວດແພດ ກອງທັບປະຊາຊົນລາວ ຮ່ວມກັບແພດຂອງໂຮງໝໍດັ່ງກ່າວ. ການເຄື່ອນໄຫວຢ້ຽມຢາມແຕ່ລະຈຸດ ທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ກຳລັງໃຈກຳລັງກອງທັບປະຊາຊົນລາວ ຕະຫຼອດເຖິງພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດແຜນດິນໄຫວໃນຄັ້ງນີ້.
ໂອກາດດັ່ງກ່າວ, ທ່ານ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສສ ມຽນມາ ໄດ້ມອບເຄື່ອງບັນເທົາທຸກ ຈໍານວນໜຶ່ງ ໃຫ້ໂຮງໝໍພາກສະໜາມ ແລະ ຄອບຄົວຜູ້ທີ່ໄດ້ຮັບບາດເຈັບນອນປິ່ນປົວຢູ່ໂຮງໝໍ ຕື່ມອີກ.
ໂດຍ: ເພັດ ສົມນໍວັນ
May be an image of 3 people and text