ກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນອົງຄະນະພັກເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ອັດລົງໃນຕອນເຊົ້າຂອງວັນທີ 3 ເມສາ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 169 ສະຫາຍ, ຍິງ 21 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 1,262 ສະຫາຍໃນທົ່ວເມືອງ.
ກອງປະຊຸມໄດ້ຕີລາຄາຄືນ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີຜ່ານມາ ເຊິ່ງສະແດງໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ V ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ 2025-2029 ໂດຍຈະສຸມໃສ່ປັບປຸງການຈັດຕັ້ງໃນລະບົບການເມືອງໃຫ້ມີຄວາມເຂັ້ມແຂງ, ຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມໄດ້ເຂົ້າຮ່ວມເຊື່ອມຊຶມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກວມ 95%, ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ສໍາເລັດຕາມລະດັບຄາດໝາຍ ເພື່ອຮັບປະກັນໃຫ້ເມືອງໄຊບົວທອງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5.37%, ລາຍຮັບສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 28.66 ລ້ານກີບ, ປັບປຸງໂຄງລ່າງການຜະລິດ, ການບໍລິການໃຫ້ມີຄວາມເຂັ້ມແຂງ, ລະບົບເສັ້ນທາງມີຄວາມໂລ່ງລ່ຽນດີ ສາມາດທຽວໄດ້ສອງລະດູໃຫ້ກວມ 97% ຂອງຈໍານວນບ້ານທັງໝົດ, ຍົກສູງຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາປະລະການຮຽນ, ການບໍລິການດ້ານສາທາລະນະສຸກໃຫ້ມີປະສິດທິພາບ ແລະ ທົ່ວເຖິງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ການສ້າງຮາກຖານພັກໃຫ້ມີຄວາມເຂັ້ມແຂງ, ນໍາພາປະຊາຊົນປະຕິບັດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດຳລັດ 348/ລບ ຕິດພັນກັບວຽກງານ 3 ສ້າງ ແລະ ສ້າງເມືອງໄຊບົວທອງໃຫ້ກາຍເປັນເມືອງພົ້ນທຸກ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຈໍານວນ 25 ສະຫາຍ, ເລືອກເອົາຄະນະປະຈໍາພັກເມືອງ ຈໍານວນ 07 ສະຫາຍ ແລະ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນທົງ ແກ້ວສີຍາ ແລະ ສະຫາຍ ບົວລະພາ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາສະຫາຍ ພາດີ ສີສົມບັດ ເປັນປະທານກວດກາພັກເມືອງ, ສະຫາຍ ຄູນຄໍາ ພົນເສນາ ແລະ ສະຫາຍ ຕຽງທອງ ແກ້ວມະນີວົງ ເປັນຮອງປະທານກວດກາພັກເມືອງ.
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ໄດ້ເນັ້ນໜັກມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກ ສະຫາຍຈົ່ງໄດ້ເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ. ພາຍຫຼັງທີ່ໄດ້ສຳເລັດກອງປະຊຸມໃນຄັ້ງນີ້ ແມ່ນໃຫ້ຄົ້ນຄວ້າແບ່ງຄວາມຮັບຜິດຊອບເພື່ອຊີ້ນໍາໃນແຕ່ລະຂົງເຂດວຽກງານໃຫ້ຈະແຈ້ງດ້ວຍຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະສູງ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມນຳໄປເຜີຍແຜ່ເຊື່ອມຊຶມ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນທຸກໆຂະບວນການ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ມີຄວາມຈົງຮັກພັກດີ, ມີຄວາມປອດໃສ ແລະ ສູ້ຊົນປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ, ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນຂອງເມືອງ ພ້ອມທັງນໍາໃຊ້ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ໂດຍການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຖະໜົນຫົນທາງ, ໄຟຟ້າ, ລະບົບຊົນລະປະທານ ເພື່ອຕອບສະໜອງຄວາມຕ້ອງການໃນການຜະລິດຂອງປະຊາຊົນ, ພັດທະນາເສດຖະກິດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ ສົ່ງເສີມການຜະລິດໃຫ້ເຂັ້ມແຂງ, ປຸກລະດົມທຸກແຫຼ່ງທຶນ ເພື່ອຍົກລະດັບການຜະລິດຂອງປະຊາຊົນ, ສືບຕໍ່ຊຸກຍູ້ເສດຖະກິດ ທີ່ເປັນພູມປັນຍາຂອງຊາວບ້ານ ຕິດພັນກັບການສົ່ງເສີມການຊົມໃຊ້ຜະລິດ ຕະພັນພາຍໃນ, ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ເຮັດໃຫ້ປ່າໄມ້ມີການປົກຫຸ້ມຫຼາຍຂຶ້ນ.





