ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ກຳນົດ 18 ປະເພດກິລາເຂົ້າຮ່ວມການແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ XII.

Apr 3, 2025

ວັັນທີ 2 ເມສາ 2025, ກອງກິລາ-ກາຍຍະກຳ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ເລືອກເຟັ້ນປະເພດກິລາຂອງກະຊວງ ປກສ ເພື່ອເຂົ້າຮ່ວມການແຂ່ງຂັນມະຫາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນລະຫວ່າງ ວັນທີ15-25 ພະຈິກ 2025, ໂດຍມີ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ປກສ, ມີບັນດາຄະນະກອງກິລາ, ຄະນະຮັບຜິດຊອບ, ຄູຝຶກນັກກິລາ ເຂົ້າຮ່ວມ.
ພັທ ພອນທິບ ພັນທະວົງ ຫົວໜ້າກອງກິລາ-ກາຍຍະກຳ ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າປຶກສາຫາລື ເລືອກເຟັ້ນນັກກິລາ, ຄູຝຶກ ຜູ້ທີ່ມີເງື່ອນໄຂ, ມາດຖານເປັນຄູຝຶກນັກກິລາແຕ່ລະປະເພດ ແລະ ກຳນົດສະຖານທີ່ພັກເຊົາຂອງນັກກິລາທີ່ຈະເຂົ້າຮ່ວມ. ຈາກນັ້ນ, ບັນດາຄະນະຮັບຜິດຊອບ ກໍໄດ້ລາຍງານຄວາມພ້ອມຂອງກິລາແຕ່ລະປະເພດ ເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອະປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະ ເປົ້າໝາຍຫຼຽນຄໍາ.
ສຳລັບ, ການແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ XII, ກະຊວງ ປກສ ໄດ້ກຳນົດເອົາ 18 ກິລາເຂົ້າຮ່ວມຄື: ກິລາບານເຕະຊາຍ, ມວຍສາກົນຊາຍ, ມວຍລາວ, ມວຍປໍ້າ, ມວຍປັນຈະສີລັດ, ມວຍມູຊູ, ຍິງປືນ, ບານສົ່ງຍິງ, ລອຍນໍ້າ, ກະຕໍ້, ແລ່ນ-ລານ, ໝາກຄ່າງ, ເທຄວັນໂດ, ເປຕັງ, ກ໋ອບ, ກາລາໂຕໂດ້, ທະນູ ແລະ ບານເຕະຟຸດຊໍ.
ພາບ-ຂ່າວ:ສີລິພອນ