ວັນທີ 3 ເມສາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 2 ປະຫວັດສາດຂອງຊາດຄື: ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ຄື: ວັນທີ 5 ເມສາ 1961-ວັນທີ 5 ເມສາ 2025 ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີຄື: ວັນທີ 14 ເມສາ 1955-ວັນທີ 14 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ແຫຼ້ ອ່ອນ ສົມບູນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກອງບັນຊາການທະຫານ, ຕຳຫຼວດ, ຫົວໜ້າລັດວິສາຫະກິດສູນບໍລິການປະຈຳເມືອງ, ພະນັກງານປະຕິວັດ, ອາວຸໂສບຳນານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ສະມາຊິກຊາວໜຸ່ມ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມ.
ທ່ານ ແຫຼ້ ອ່ອນ ສົມບູນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ໄດ້ເລົ່າຫວນຄືນມູນເຊື້ອ 2 ວັນປະຫວັດສາດດັ່ງກ່າວ, ໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຕະຫຼອດໄລຍະ 64 ປີຜ່ານມາ, ມູນເຊື້ອ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບແຂວງໄຊຍະບູລີ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບ ເມືອງຫົງສາ ຍາດມາໄດ້ໃນ 1 ປີຜ່ານມາ. ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນກຳລັງປະກອບອາວຸດຂອງພັກ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກຳລັງຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ແມ່ນກຳລັງປະກອບອາວຸດປະຕິວັດທີ່ມີລະບຽບວິໄນເຂັ້ມງວດ, ບໍ່ວ່າເວລາໃດ ແລະ ໃນຖານະການໃດ ກໍ່ເດັດດ່ຽວ, ເດັດຂາດຕໍ່ສັດຕູ ແລະ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ນັບແຕ່ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ຈົນເຖິງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ທັງນີ້, ກໍ່ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການຕໍ່ສູ້ຂອງຊາວໜຸມປະຊາຊົນປະຕິວັດລາວ ແລະ ມູນເຊື້ອພິລະອາດຫານ, ເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນ, ເສຍສະຫຼະ ຂອງກຳລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະຜ່ານມາ.
ຂ່າວ-ພາບ: ຖວທ ຫົງສາ






