ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຜົ້ງສາລີ ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

Apr 5, 2025

ໃນຕອນບ່າຍວັນທີ 5 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ແຂວງຜົ້ງສາລີ ນໍາໂດຍ ສະຫາຍ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.
ໂອກາດນີ້, ສະຫາຍ ຄໍາຜອຍ ວັນນະສານ ໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນວ່າ: ຄະນະບໍລິຫານງານພັກ, ອໍານາດການປົກຄອງແຂວງຜົ້ງສາລີ, ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນແຂວງຜົ້ງສາລີ ສຸດທີ່ມີຄວາມເສຍດາຍ, ໂສກເສົ້າ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ຈາກໄປ, ຂໍໃຫ້ດວງວິນຍານ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິເທີ້ນ.
ຄະນະບໍລິຫານງານພັກ, ອົງການປົກຄອງແຂວງຜົ້ງສາລີ ຈະປົກປັກຮັກສາ ແຂວງຜົ້ງສາລີໄວ້ຢ່າງໝັ້ນຄົງ ແລະ ຈະພ້ອມກັນສືບຕໍ່ສ້າງສາພັດທະນາ ໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.