ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈຳປາສັກ ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

Apr 5, 2025

ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍບັນດາຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ໃນວັນທີ 5 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ.
ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກໍໄດ້ເຊັນປຶ້ມໄວ້ອາໄລ ມີເນື້ອໃນຄໍາໄວ້ອາໄລວ່າ:ຕາງໜ້າຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ປະຊາຊົນຊາວແຂວງຈຳປາສັກ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ມາຍັງຄະນະບໍລິຫານງານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວສີພັນດອນ ມານະໂອກາດນີ້ດ້ວຍ.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ເພິ່ນເປັນໜຶ່ງໃນຜູ້ນຳປະຕິວັດ ທີ່ປີຊາສາມາດ ແລະ ອົງອາດກ້າຫານ ຊຶ່ງຕະຫຼອດຊີວິດແຫ່ງການເຄື່ອນໄຫວຂອງສະຫາຍໄດ້ອຸທິດຕົນທັງຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ. ຕະຫຼອດຊີວິດຂອງ ສະຫາຍ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນບັນດາເຜົ່າ, ສະຫາຍໄດ້ກາຍເປັນວິລະບູລຸດ ຜູ້ໂດດເດັ່ນໃນຍຸກສະໄໝ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ, ຂ້າພະເຈົ້າຮັບຮູ້ເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍ ທີ່ມີຕໍ່ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ແລະ ຂໍຈົດຈຳຄຸນງາມຄວາມດີຂອງສະຫາຍ ໄວ້ໃນດວງໃຈຕະຫຼອດໄປ.
ຂ່າວ: ສຳນານ, ພາບ: ວັນເພັງ-ບຸນອູ້ມ