ຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວສີພັນດອນ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ; ໃນໂອກາດອັນໂສກເສົ້າເສຍດາຍນີ້, ສະຫາຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງຄໍາໄວ້ອາໄລມີເນື້ອໃນສຳຄັນວ່າ:
ສຸດທີ່ອາໄລອາວອນ ສະຫາຍ ຄໍາໄຕ ສີພັນດອນ, ການຈາກໄປຂອງສະຫາຍ ແມ່ນການສູນເສຍສຸດທີ່ໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ; ການນໍາ ແລະ ປະຊາຊົນຫວຽດນາມ ສູນເສຍເພື່ອນຜູ້ໃຫຍ່, ສະຫາຍທີ່ໃກ້ຊິດ, ສະໜິດສະໜົມ, ຍາມໃດກໍປະກອບສ່ວນຢ່າງສຸດກຳລັງຂອງຕົນ ເພື່ອພາລະກິດປະຕິວັດຂອງສອງປະເທດ ລາວ – ຫວຽດນາມ ອ້າຍນ້ອງ ແລະ ສາຍພົວພັນພິເສດ ຫວຽດນາມ – ລາວ.
ສະຫາຍ ຄໍາໄຕ ສີພັນດອນ ແມ່ນການນໍາທີ່ກ້າວໜ້າ, ນັກປະຕິວັດທີ່ພົ້ນເດັ່ນຍອດຍ້ຽມ, ຈົງຮັກພັກດີ ຊຶ່ງຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດໃຫ້ພາລະກິດປະຕິວັດລາວ. ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຈາລຶກ ຈົດຈໍາບັນດາການປະກອບສ່ວນທີ່ສຳຄັນຂອງສະຫາຍ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ.
ໃນໄລຍະແຫ່ງຄວາມໂສກເສົ້ານີ້, ຂໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ຂໍສົ່ງຄໍາແບ່ງເບົາຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ກັບບັນດາສະຫາຍການນໍາ ລັດຖະບານລາວ ອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ.
ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ-ຍຸພິນທອງ







