ໃນຂະນະທີ່ອາເມຣິກາ ເພີ່ມພາສີນຳເຂົ້າສິນຄ້າກັບຄູ່ຄ້າສຳຄັນຢ່າງຕໍ່ເນື່ອງ, ເຊິ່ງລວມມີ: ຈີນ, ການາດາ, ສະຫະພາບເອີຣົບ (EU) ແລະປະເທດໃນກຸ່ມພັນທະມິດ, ລວມເຖິງຫລາຍປະເທດສະມາຊິກອາຊຽນ. ຄວາມກັງວົນກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ເສດຖະກິດໂລກ ກໍເພີ່ມ, ເຖິງວ່າເປົ້າໝາຍຕົ້ນຕໍຂອງການເພີ່ມພາສີເຫຼົ່ານີ້ແມ່ນເພື່ອປົກປ້ອງອຸດສາຫະກຳອາເມຣິກາ, ແຕ່ຜົນກະທົບທີ່ບໍ່ຄາດຄິດອາດກໍ່ໃຫ້ເກີດຄວາມເສຍຫາຍກວ້າງຂວາງຕໍ່ຕ່ອງໂສ້ການສະໜອງ, ທັງເຮັດໃຫ້ລາຄາຜູ້ບໍລິ ໂພກເພີ່ມສູງຂຶ້ນ ແລະ ສົ່ງຜົນກະທົບຕໍ່ການຟື້ນຕົວຂອງເສດຖະກິດໂລກ.
ພາສີສໍາລັບສິນຄ້ານໍາເຂົ້າ ຖືເປັນຄ່າໃຊ້ຈ່າຍທີ່ຖືກສົ່ງຕໍ່ໄປຍັງທຸລະກິດ ແລະ ຜູ້ບໍລິໂພກ. ອີງຕາມການປະເມີນ, ຄົວເຮືອນໃນອາເມຣິກາສະເລ່ຍອາດຈະຕ້ອງໃຊ້ຈ່າຍເພີ່ມຕື່ມເຖິງ 1,200 ໂດລາຕໍ່ປີຍ້ອນມາດຕະການເຫຼົ່ານີ້ ນັບຕັ້ງ ແຕ່ອາຫານຈົນເຖິງເຄື່ອງໃຊ້ເຕັກໂນໂລຊີ ແລະ ຜົນກະທົບຈາກຄ່າໃຊ້ຈ່າຍນຳເຂົ້າເພີ່ມຂຶ້ນອາດຈະຮູ້ສຶກໄດ້ໃນຊີວິດປະ ຈຳວັນ.
ຂະນະດຽວກັນ, ບໍລິສັດໃນອາເມຣິກາທີ່ເພິ່ງພາອາໄສວັດຖຸດິບ ແລະ ອຸປະກອນນຳເຂົ້າໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະກຳລົດຍົນ, ເຕັກໂນໂລຊີ, ແລະ ການຜະລິດ ກໍາລັງຜະເຊີນໜ້າກັບຄ່າໃຊ້ຈ່າຍໃນການຜະລິດທີ່ສູງຂຶ້ນ, ສິ່ງນີ້ບໍ່ພຽງສົ່ງຜົນຕໍ່ກຳໄລຂອງບໍລິສັດ ເທົ່ານັ້ນ, ແຕ່ຍັງມີຄວາມສ່ຽງຕໍ່ວຽກເຮັດງານທຳ ແລະ ການລົງທຶນ. ເສດຖະກິດຂອງອາເມຣິກາ ໄດ້ເຊື່ອມໂຍງຢ່າງເລິກ ເຊິ່ງກັບຕະຫຼາດໂລກ ໂດຍສະເພາະກັບຄູ່ຄ້າສຳຄັນ. ສະນັ້ນ, ການສ້າງກໍາແພງພາສີອາດກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງໃນສາຍພົວພັນທີ່ສຳຄັນເຫຼົ່ານີ້.
ປີ 2024, ຍອດມູນຄ່າການຄ້າລະຫວ່າງຈີນ ແລະ ອາເມຣິກາ ບັນລຸ 582 ຕື້ໂດລາສະຫະລັດ. ບໍລິສັດອາເມ ລິກາຍັງຄົງເພິ່ງພາອາໄສການຜະລິດເຄື່ອງເອເລັກໂຕຣນິກ, ເຄື່ອງແຕ່ງກາຍ ແລະ ເຄື່ອງຈັກຂອງຈີນຢ່າງຫຼວງຫຼາຍ. ອັດ ຕາພາສີສາມາດລົບກວນການເຂົ້າເຖິງສິນຄ້າທີ່ສໍາຄັນເຫຼົ່ານີ້ ແລະ ເພີ່ມຄ່າໃຊ້ຈ່າຍໃນຕົ້ນທຶນການຜະລິດໃນອຸດສາຫະກໍາເຫຼົ່ານີ້ສູງຂຶ້ນ. ສໍາລັບປະເທດການາດາ, ດ້ວຍຍອດມູນຄ່າການຄ້າກັບອາເມລິກາ ທີ່ບັນລຸ 762 ຕື້ໂດລາສະຫະລັດ, ລະບົບຕ່ອງໂສ້ການສະໜອງໃນຂະແຫນງການພະລັງງານ, ລົດຍົນ ແລະ ກະສິກໍາ ທີ່ສາມາດ ສະຫນັບສະຫນູນຫຼາຍລ້ານຕໍາແໜ່ງງານ. ອັດຕາພາສີໃຫມ່ຂົ່ມຂູ່ທີ່ຈະທໍາລາຍລະບົບດັ່ງກ່າວນີ້.
ສ່ວນສະຫະພາບເອີຣົບ, ການຄ້າຂ້າມມະຫາສະໝຸດອັດລັງຕິກ ໄດ້ລື່ນກາຍ 1,3 ພັນຕື້ໂດລາໃນປີ 2024. ການເພີ່ມພາສີສໍາລັບລົດຍົນພຽງຢ່າງດຽວອາດເຮັດໃຫ້ສະພະພາບເອີຣົບເສຍຫາຍຫລາຍພັນຕື້ໂດລາສະຫະລັດ ແລະ ມີຄວາມສ່ຽງຕໍ່ການຕອບໂຕ້ທີ່ອາດສົ່ງຜົນກະທົບຕໍ່ການສົ່ງອອກຂອງອາເມຣິກາຈາກການບິນ ແລະ ອະວະກາດຈົນເຖິງດ້ານກະສິກໍາ. ທາງດ້ານພັນທະມິດ (ຍີ່ປຸ່ນ, ອິນເດຍ, ອົດສະຕາລີ): ອັດຕາພາສີຕໍ່ເຕັກໂນໂລຊີສູງ, ຢາປົວພະຍາດ ແລະ ແຮ່ທາດທີ່ສໍາຄັນຈາກຄູ່ຮ່ວມງານຍຸດທະສາດເຫຼົ່ານີ້ ບໍ່ພຽງແຕ່ສາມາດລົບກວນຂະແຫນງການທີ່ອ່ອນໄຫວ, ແຕ່ຍັງສ້າງຄວາມເຄັ່ງຕຶງໃຫ້ສາຍພົວພັນທາງການທູດໃນອິນໂດປາຊີຟິກ ເຊິ່ງເປັນພາກພື້ນທີ່ເປັນສູນກາງຂອງນະໂຍບາຍການຕ່າງປະເທດຂອງອາເມຣິກາ.
ທ່ານ Christine Lagarde, ປະທານທະນາຄານກາງເອີຣົບ ໄດ້ວິພາກວິຈານຢ່າງເປີດເຜີຍກ່ຽວກັບຍຸດທະສາດອັດຕາພາສີ ແລະ ເຕືອນວ່າ ມັນຈະເພີ່ມຄ່າໃຊ້ຈ່າຍໃນການຜະລິດ ແລະ ທໍາລາຍຄວາມຫມັ້ນໃຈຂອງນັກລົງທຶນ.
ຂະນະດຽວກັນ, ອົງການຮ່ວມມືທາງດ້ານເສດຖະກິ ແລະ ການພັດທະນາ (OECD) ໄດ້ເຕືອນວ່າ: ອຸປະ ສັກທາງດ້ານການຄ້າທີ່ເພີ່ມຂຶ້ນສາມາດຫຼຸດ GDP ຂອງໂລກລົງ 0,3% ໃນໄລຍະ 3 ປີຕໍ່ໜ້າ. ການຕອບໂຕ້ທາງດ້ານພາສີຈາກປະເທດທີ່ໄດ້ຮັບຜົນກະທົບອາດຂະຫຍາຍຄວາມເສຍຫາຍໃຫ້ແກ່ຜູ້ສົ່ງອອກຂອງອາເມຣິກາ ແລະ ເຮັດໃຫ້ຕະຫລາດການເງິນບໍ່ໝັ້ນຄົງ. ນອກຈາກນີ້, ຍັງມີຄ່າໃຊ້ຈ່າຍດ້ານການເມືອງທົ່ວໂລກ, ໃນຂະນະທີ່ສະຫະພາບເອີຣົບປະເມີນລໍາດັບຄວາມສໍາຄັນທາງການຄ້າຄືນໃຫມ່, ຄວາມສອດຄ່ອງກັບປະເທດຈີນອາດຈະເກີດຂຶ້ນ ເຊິ່ງເປັນການທ້າທາຍທາງຍຸດທະສາດໃຫມ່ສໍາລັບອາເມຣິກາໃນເວທີທົ່ວໂລກ.
ອາເມຣິກາ ມີໂອກາດທີ່ຈະເປັນຜູ້ນໍາພາຜ່ານການຮ່ວມມື ແລະ ການມີສ່ວນຮ່ວມທາງການທູດ, ແຕ່ບໍ່ແມ່ນການເພີ່ມພາສີສິນຄ້ານໍາເຂົ້າ. ນະໂຍບາຍການຄ້າທີ່ສ້າງຂຶ້ນບົນພື້ນຖານຄວາມໂປ່ງໃສ, ການແລກປ່ຽນເຊິ່ງກັນ ແລະ ກັນ ແລະ ເຄົາລົບເຊິ່ງກັນ ແລະ ກັນຈະມີທ່າອ່ຽງທີ່ໝັ້ນຄົງທາງດ້ານເສດຖະກິດໃນໄລຍະຍາວ.


