ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ກົດໝາຍອາກອນມູນຄ່າເພີ່ມ ໃຫ້ພາກລັດ ແລະ ພາກທຸລະກິດ ພາຍໃນແຂວງຄໍາມ່ວນ

Apr 7, 2025

ໃນວັນທີ 07 ເມສາ 2025 ຢູທີ່ສະໂມສອນ ຫຼັກ 4 ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດໝາຍອາກອນມູນຄ່າເພີ່ມ ( ສະບັບປັບປຸງ) ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ຢູ່ພາຍໃນແຂວງຄໍາມ່ວນ ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ, ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ, ມີຕາງໜ້າຈາກບັນດາພະແນກການຂັ້ນແຂວງ, ສ່ວຍສາອາກອນເມືອງ, ຫົວໜ່ວຍທຸລະກິດພາຍໃນແຂວງ ເຂົ້າຮ່ວມ.
ທ່ານ ຄໍາສິງ ໄຊສິດທິເດດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ການເຜີຍແຜ່ກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 60/ສພຊ, ລົງວັນທີ 28 ມີນາ 2024 ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເນື່ອງຈາກວ່າລາຍຮັບສ່ວຍສາອາກອນເປັນລາຍຮັບໃຫຍ່ທີ່ສໍາຄັນ ໃນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ກໍ່ຄືປະເທດຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການເຜີຍແຜ່ກົດໝາຍດັ່ງກ່າວ ກໍ່ເພື່ອແນໃສ່ເຮັດໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ເອກະຊົນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.
ທ່ານ ບຸນຈັນ ວໍນະລາດ ຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ກໍ່ໄດ້ເຜີຍແຜ່ກົດໝາຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເຊິ່ງປະກອບມີທັງໝົດ 8 ພາກ ແລະ 61 ມາດຕາ, ເຊິ່ງການອອກກົດໝາຍສະບັບດັ່ງກ່າວແມ່ນເພື່ອເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.