ໃນລະຫວ່າງວັນທີ 2-4 ເມສາ 2025 ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຕາງໜ້າ ຈາກກະຊວງຍຸຕິທຳ ສສ ຫວຽດນາມ ຊຶ່ງນຳພາໂດຍ ທ່ານ ນາງ ຫງວ້ຽນ ລິງ ຄາ, ຮອງຫົວໜ້າກົມຮ່ວມມືສາກົນ ພ້ອມດ້ວມຄະນະ. ໃນໂອກາດນີ້ຄະນະດັ່ງກ່າວໄດ້ເຂົ້າຮ່ວມໄວ້ອາໄລ ແລະ ສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງທ່ານ ບຸນທາ ຊົງເຢີທ່າວ, ອາດີດຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ.
ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ໃນຕອນເຊົ້າຂອງວັນທີ 03 ເມສາ 2024 ເພື່ອລາຍງານຈຸດປະສົງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຄື:
1. ເພື່ອຕົກລົງຮ່າງແຜນການຮ່ວມມື ປີ 2025 ຂອງສອງກະຊວງຍຸຕິທຳລາວ-ຫວຽດນາມ;
2. ການສໍາຫຼວດໂຄງສ້າງພື້ນຖານລະບົບເທັກໂນໂລຢີຂໍ້ມູນຂ່າວສານຂອງກະຊວງຍຸຕິທຳລາວ, ສຳຫຼວດຄວາມຮຽກຮ້ອງຕ້ອງການຂອງກະຊວງຍຸຕິທຳລາວກ່ຽວກັບການພັດທະນາ ແລະ ການຮ່າງນິຕິກຳ, ການໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອຮັບໃຊ້ໃນການພັດທະນາກໍ່ສ້າງໂຄງການຊ່ວຍໜູນຂອງລັດຖະບານຫວຽດນາມໃຫ້ແກ່ກະຊວງຍຸຕິທຳລາວ ເພື່ອຍົກສູງຄວາມອາດສາມາດຂອງພະນັກງານກະຊວງຍຸຕິທຳລາວ ໃນວຽກງານການພັດທະນາ ແລະ ການຫັນເປັນດີຈີຕອນໃນວຽກງານຍຸຕິທຳ ຕາມທີ່ໄດ້ຕົກລົງໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2025 ລະຫວ່າງລັດຖະບານລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ໄດ້ລົງນາມໃນວັນທີ 9 ມັງກອນ 2025 ໃນກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານລາວ-ຫວຽດນາມ ຢູ່ ສປປ ລາວ ທີ່ຜ່ານມາ.
ເພື່ອບັນລຸສອງຈຸດປະສົງ ຄະນະຜູ້ແທນຈາກ ກະຊວງຍຸຕິທຳ ສສ ຫວຽດນາມໄດ້ຈັດກອງປະຊຸມປຶກສາຫາລືຄວາມເປັນໄດ້ໃນການສ້າງໂຄງການຊ່ວຍໜູນຂອງລັດຖະບານຫວຽດນາມໃຫ້ແກ່ກະຊວງຍຸຕິທຳລາວ ແລະ ໄດ້ລົງຢ້ຽມຢາມບັນດາກົມວິຊາການທີ່ກ່ຽວຂ້ອງ ເພື່ອເຫັນໄດ້ເຖິງບັນຫາຕົວຈິງ ກ່ຽວກັບລະບົບເທັກໂນໂລຢີຂໍ້ມູນຂ່າວສານຂອງກະຊວງຍຸຕິທຳລາວ, ການຮ່າງນິຕິກຳ, ການໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອນຳໄປຄົ້ນຄວ້າ ແລະ ຂຽນໂຄງການຊ່ວຍໜູນການຫັນເປັນດີຈີຕອນໃນວຽກງານຍຸຕິທຳລາວ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ແລະ ເຮັດໃຫ້ການຮ່ວມມືລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄືການຮ່ວມມືສອງກະຊວງຍຸຕິທຳ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ພະແນກຮ່ວມມືລະຫວ່າງປະເທດ ແລະ ອົງການຈັດຕັ້ງສາກົນ








