ໃນວັນທີ 03-04 ເມສາ 2025 ທີ່ ຫ້ອງວ່າການປົກຄອງແຂວງ ແຂວງຈໍາປາສັກ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນໃສ່ຮ່າງດໍາລັດ 3 ສະບັບ ຄື ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ, ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ປະຈໍາຢູ່ ສປປ ລາວ (ສະບັບປັບປຸງ) ແລະ ຮ່າງດໍາລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັນ ສີສຸລາດ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມມາຈາກ 4 ແຂວງພາກໃຕ້: ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ຈຸດປະສົງຂອງກອງປະຊຸມທາບທາມຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ບັນດາແຂວງ ກໍຄື ພະແນກການທີ່ກ່ຽວຂ້ອງຂອງແຂວງໄດ້ປະກອບ ຄໍາຄິດຄຳເຫັນໃສ່ບັນດາຮ່າງດໍາລັດດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງດໍາລັດ ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄໍາເຫັນຂັ້ນທ້ອງຖິ່ນຕໍ່ຮ່າງນິຕິກໍາໃຕ້ກົດໝາຍດັ່ງກ່າວ ຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ ປີ 2021) ເພື່ອໃຫ້ສໍາເລັດການທາບທາມປະກອບຄໍາເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນພາຍໃນເດືອນເມສາ 2025. ຫຼັງຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະນໍາໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນ ແລ້ວນໍາໄປກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່ວມກັບກະຊວງຍຸຕິທໍາ. ທັງ 3 ຮ່າງ ດໍາລັດດັ່ງກ່າວ ມີແຜນຈະນຳສະເໜີເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ ປະຈຳເດືອນ ພຶດສະພາ ແລະ ມິຖຸນາ 2025 ທີ່ຈະມາເຖິງນີ້.
ຮ່າງດໍາລັດ 3 ສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານການເຄື່ອນໄຫວຢູ່ບໍລິເວນຊາຍແດນ, ການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງ ການຕ່າງປະເທດທີ່ປະຈໍາ ຢູ່ ສປປ ລາວ ແລະ ການເຄື່ອນໄຫວວຽກງານການຊ່ວຍເຫຼືອເພື່ອການພັດທະນາ ແລະ ມະນຸດສະທໍາຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ຮັບປະ ກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຊຶ່ງພາຍຫຼັງຮ່າງດໍາລັດເຫຼົ່ານີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງວຽກງານການເຄື່ອນໄຫວຢູ່ບໍລິ ເວນຊາຍແດນ, ການຄຸ້ມຄອງພະນັກງານທ້ອງຖິ່ນທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດທີ່ປະຈໍາ ຢູ່ ສປປ ລາວ ແລະ ການຄຸ້ມຄອງການເຄື່ອນໄຫວວຽກງານການຊ່ວຍເຫຼືອເພື່ອການພັດທະນາ ແລະ ມະນຸດສະທໍາຂອງອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວ ພ້ອມທັງເປັນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.





