ໃນລະຫວ່າງວັນທີ 01 ມີນາ – 02 ເມສາ 2025, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ ຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນຢູ່ເມືອງໂຂງ, ແຂວງຈໍາປາສັກ ໂດຍໄດ້ລົງກວດກາບໍລິເວນຊາຍແດນ ລາວ-ກໍາປູເຈຍ ໂດຍສະເພາະພື້ນທີ່ບໍລິເວນຫຼັກໝາຍຊາຍແດນ ເລກທີ 033 (ດ່ານສາກົນໜອງນົກຂຽນ) ທີ່ສອງຝ່າຍມີແຜນພັດທະນາຫຼັກໝາຍດັ່ງກ່າວໃຫ້ເປັນສັນຍາລັກແຫ່ງການຄົບຮອບ 30 ປີ ຂອງວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ; ຫຼັກໝາຍຊາຍແດນ ເລກທີ 033-034; ບໍລິເວນລະຫວ່າງຫຼັກໝາຍຊາຍແດນ ເລກທີ 031-031/1 ແລະ ບໍລິເວນລະຫວ່າງຫຼັກໝາຍຊາຍແດນ ເລກທີ 032-032/6 ແລະ ຫຼັກໝາຍຊາຍແດນ ເລກທີ 030 (ນໍ້າຂອງ).
ໃນໂອກາດລົງໄປເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພາກສະໜາມຈາກກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ແລະ ສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ແລະ ທ່ານຮອງລັດຖະມົນຕີ ໄດ້ຖືໂອກາດພົບປະ ແລະ ໃຫ້ກຽດໂອ້ລົມອ້າຍນ້ອງວິຊາການປະຈຳຢູ່ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ພວມຈັດຕັ້ງປະຕິບັດວຽກງານປັກຫຼັກໝາຍຊາຍແດນໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍເພີ່ມເຕີມຊາຍແດນ ລາວ-ກໍາປູເຈຍ ຢູ່ພູມີປະເທດຕົວຈິງ ໂດຍໄດ້ເນັ້ນໜັກໃຫ້ອ້າຍນ້ອງກຳໄດ້ທາງດ້ານການເມືອງແນວຄິດ, ລົງເລິກເອົາໃຈໃສ່ດ້ານວຽກງານວິຊາສະເພາະ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທີພາບ ແລະ ປະສິດທິຜົນ. ພ້ອມດຽວກັນນັ້ນ, ກໍໄດ້ບັນຍາຍບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ສະພາບການພາຍໃນປະເທດ ທີ່ຕິດພັນກັບວຽກງານຊາຍແດນ ແລະ ອື່ນໆ.
ການດຳເນີນວຽກງານ ລາວ-ກຳປຸເຈຍ ໃນປັດຈຸບັນ ກໍຄືການຜັນຂະຫຍາຍສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນປີ 2023 ຜ່ານມາ, ສອງຝ່າຍໄດ້ຮ່ວມກັນກຳນົດຈຸດ ແລະ ກໍ່ສ້າງຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກເກົ່າ ແຕ່ເດືອນ ພຶດສະພາ 2023 ຈົນເຖິງປັດຈຸບັນ ຊຶ່ງສາມາດກຳນົດຈຸດທີ່ຕັ້ງເພື່ອປັກຫຼັກໝາຍຊາຍແດນໄດ້ທັງໝົດ ຈຳນວນ 209 ຈຸດ (ຫຼັກໝາຍ) ຫຼື ເທົ່າກັບ 40% ໃນຈຳນວນທີ່ຕັ້ງທັງໝົດ 510 ຈຸດ ທີ່ສອງຝ່າຍໄດ້ເປັນເອກະພາບກັນ. ສຳເລັດການກໍສ້າງຫຼັກໝາຍ ຈຳນວນ 172 ຫຼັກໝາຍ ຫຼື ເທົ່າກັບ 33,7% ຂອງຈຳນວນທີ່ໄດ້ເປັນເອກະພາບກັນທັງໝົດ 510 ຫຼັກໝາຍ. ວຽກງານສ້າງຕາໜ່າງເຄົ້າພິກັດພື້ນຖານ ຈີພີເອັດສ໌ (GPS) ສອງຝ່າຍໄດ້ສຳເລັດການກໍ່ສ້າງບ໋ອກເຄົ້າພິກັດພື້ນຖານ (ຂັ້ນ 0, ຈຳນວນ 4 ຫຼັກ (ຢູ່ເບື້ອງລາວ 2 ຫຼັກ, ກຳປູເຈຍ 2 ຫຼັກ) ແລະ ໄດ້ຮ່ວມກັນວັດແທກຄ່າພິກັດສຳເລັດ ເຊື່ອມໂຍງກັບສູນວັດແທກ ອາຊີປາຊີຟິກ 2024; ໄດ້ສຳເລັດການກໍ່ສ້າງຫຼັກບ໋ອກເຄົ້າພິກັດພື້ນຖານ ຂັ້ນ 1 (ຢູ່ເບື້ອງລາວ 10 ຫຼັກ, ກຳປູເຈຍ 10 ຫຼັກ) ແລະ ໄດ້ສຳເລັດການວັດແທກຄ່າພິກັດຫຼັກບ໋ອກດັ່ງກ່າວ ໂດຍນຳໃຊ້ເຄື່ອງວັດແທກລະບົບສອງຄື້ນ ເພື່ອກະກຽມໃຫ້ແກ່ວຽກງານວັດແທກຄ່າພິກັດຫຼັກໝາຍຊາຍແດນແບບໃໝ່; ໄດ້ສຳເລັດການກໍ່ສ້າງຫຼັກບ໋ອກເຄົ້າພິກັດພື້ນຖານຂັ້ນ 2 ລຽບຕາມຊາຍແດນ ລາວ-ກຳປູເຈຍ ຈຳນວນ 28 ຫຼັກ ແລະ ປັດຈຸບັນ ສອງຝ່າຍພວມດຳເນີນການວັດແທກຄ່າພິກັດ ເພື່ອໃຫ້ສຳເລັດ ແລະ ນຳໃຊ້ເຂົ້າໃນການສຳຫຼວດເກັບກຳຂໍ້ມູນລາຍລະອຽດພູມີປະເທດຕົວຈິງບໍລິເວນຊາຍແດນ.
ການລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ, ນອກຈາກເປັນການຊຸກຍູ້ວຽກງານຊາຍແດນແລ້ວ ຍັງເປັນການຢ້ຽມຢາມຖາມຂ່າວສ້າງຄວາມອົບອຸ່ນ, ໃກ້ຊິດຕິດແທດ ແລະ ສ້າງກຳລັງໃຈໃຫ້ອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ສອງຝ່າຍໄດ້ຕົກລົງກັນ, ປະກອບສ່ວນເຂົ້າໃນການເພີ້ມພູນຄູນສ້າງ ສາຍພົວພັນ ລະຫວ່າງສອງປະເທດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.







