ໃນຕອນເຊົ້າຂອງວັນທີ 8 ເມສາ 2025, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນໍາພາໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ (5 ເມສາ 1961 – 5 ເມສາ 2025).
ການເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ ເຊິ່ງຄຸນງານຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວ ໂດຍສະເພາະກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແລະ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ສະດຸດີຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ບັນດາເຜົ່າ ທັງເປັນຜູ້ໃຫ້ກໍາເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.
ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ພາບ: ຮອ ນ. ບຸນພະຈັນ.
ຂ່າວ: ສທ ນ. ສັນຕິສຸກ








