ໃນຕອນເຊົ້າ ຂອງວັນທີ 08 ເມສາ 2025 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ພາຍໃນກະຊວງ ແລະ ສະມາຊິກພັກບຳນານ ເຂົ້າຮ່ວມ ຈຳນວນ 280 ທ່ານ, ຍິງ 110 ທ່ານ.
ໃນພິທີ ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສະບັບເລກທີ 651/ນຍ, ລົງວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ກ່ອນມາຮັບໜ້າທີ່ເປັນຮອງລັດຖະມົນຕີ ແມ່ນດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸນ. ໃນໂອກາດດຽວກັນນີ້ ໄດ້ມອບດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງ ທ່ານ ວັນດີ ບຸດສະດີ, ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ປະກາດແຕ່ງຕັ້ງຮອງຫົວໜ້າກົມຈຳນວນ 04 ທ່ານ, ຍິງ 02 ທ່ານ ແລະ ຫົວໜ້າພະແນກ 01 ທ່ານ, ພ້ອມທັງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 – 22 ມີນາ 2025) ໃຫ້ສະມາຊິກພັກ ກະຊວງການຕ່າງປະເທດ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 28 ສະຫາຍ, ໃນນີ້ມີສະມາຊິກພັກ ບໍານານ ຈໍານວນ 14 ສະຫາຍ, ຍິງ 03 ສະຫາຍ ແລະ ສະມາຊິກພັກ ທີ່ກໍາລັງປະຕິບັດໜ້າທີ່ຢູ່ກະຊວງ ຈຳນວນ 14 ສະຫາຍ.
ໃນພິທີ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມພິທີດັ່ງກ່າວ, ເຊິ່ງໄດ້ສະແດງຄວາມຊົມເຊີຍ ຕໍ່ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ບັນດາສະຫາຍສະມາຊິກພັກ ແລະ ສະມາຊິກພັກບຳນານ ທີ່ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ເຊິ່ງເປັນຫຼຽນກາລະນຶກ ທີ່ມີຄວາມໝາຍຄວາມສຳຄັນ ທີ່ຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນ, ກໍ່ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ໃນການປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ທີ່ນັບມື້ນັບກວ້າງຂວາງ, ໂດຍສະເພາະແມ່ນການບຸກທະລຸການທູດປ້ອງການເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວການທູດເສດຖະກິດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງປະເທດເຮົາໃນໄລຍະໃໝ່, ໄປພ້ອມໆກັບການສືບຕໍ່ຜັນຂະຫາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ທ້າຍສະໄໝ ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມໃສ່ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະເປີດຂຶ້ນໃນກາງປີ 2025 ນີ້.







