ວັນທີ 3 ເມສານີ້, ອາເມລິກາ ໄດ້ປະກາດນະໂຍບາຍເພີ່ມພາສີນໍາເຂົ້າສິນຄ້າຈາກ 180 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ ໂດຍໄດ້ກໍານົດການເກັບພາສີຂັ້ນພື້ນຖານ (baseline) 10% ສໍາລັບສິນຄ້ານໍາເຂົ້າທັງໝົດ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 5 ເມສານີ້ ແລະ ເພີ່ມພາສີສູງ ຂຶ້ນເປັນພິເສດ ເອີ້ນວ່າ: ການເພີ່ມພາສີເທົ່າທຽມກັນ (reciprocal tariffs) ກັບປະເທດ 60 ປະເທດທີ່ເກີນດຸນການຄ້າກັບອາເມລິກາ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 9 ເມສານີ້. ນີ້ຖືເປັນການປ່ຽນ ແປງຄັ້ງໃຫຍ່ທີ່ສຸດຂອງມາດຕະຖານການຄ້າໂລກນັບແຕ່ສົງຄາມໂລກ ຄັ້ງທີ 2.
ນະໂຍບາຍດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄູ່ການຄ້າຂອງອາເມຣິກາ ເຊິ່ງບໍ່ສະເພາະແຕ່ຄູ່ຄ້າໃຫຍ່ ເຊັ່ນ: ຈີນ, ສະຫະພາບເອີຣົບ ແລະ ອື່ນໆ ເທົ່ານັ້ນ, ແຕ່ຍັງລວມເຖິງປະເທດສະມາຊິກອາຊຽນ, ໃນນັ້ນ ລວມເຖິງປະເທດລາວທີ່ອັດຕາພາສີເພີ່ມຂຶ້ນເປັນ 48% ແລະ ບັນດາປະເທດທຸກຍາກທີ່ສຸດໃນໂລກ ເຊັ່ນ: ມາດາກາສະກາ ຢູ່ອາຟຼິກາຕາເວັນອອກທີ່ເປັນປະເທດທຸກຍາກທີ່ສຸດອັນດັບທີ 9 ຂອງໂລກ ຖືກເພີ່ມພາສີ 47% ແລະ ເລໂຊໂທ ຢູ່ອາຟຼິກາໃຕ້ ທີ່ເປັນປະເທດທຸກຍາກທີ່ສຸດອັນດັບທີ 22 ຂອງໂລກ ຖືກເພີ່ມພາສີ 50%. ແນ່ນອນວ່າ ນີ້ຈະເປັນການຊໍ້າຕື່ມການພັດທະນາຢູ່ປະເທດທຸກຍາກເຫຼົ່ານີ້ຫຼາຍຂຶ້ນຕື່ມອີກ.
ຫຼັງຈາກອາເມຣິກາປະກາດນະໂຍບາຍດັ່ງກ່າວ, ບໍ່ພໍເທົ່າໃດວັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ເພາະເຮັດໃຫ້ຕະຫຼາດຫຼັກຊັບປັ່ນປ່ວນໄປໃນທາງລົບທົ່ວໂລກ, ນັບຕັ້ງແຕ່ອາຊີ, ເອີຣົບຈົນຮອດອາເມຣິກາ. ສະເພາະຢູ່ອາເມຣິກາ, ລາຄາສິນຄ້າທີ່ຊື້ຂາຍລ່ວງໜ້າໃນຕະຫຼາດຫຼັກຊັບອາເມຣິກາໄດ້ຫຼຸດລົງຢ່າງຫຼວງຫຼາຍ, ສິນຄ້າທີ່ຊື້ຂາຍລ່ວງໜ້າຂອງຕົວຊີ້ວັດໂດວຈອນສ, ສິນຄ້າທີ່ຊື້ຂາຍລ່ວງໜ້າຂອງຕົວຊີ້ວັດນາສດັກ 100, ສິນຄ້າທີ່ຊື້ຂາຍລ່ວງໜ້າຂອງຕົວຊີ້ວັດ S&P 500 ລ້ວນແຕ່ໄດ້ຫຼຸດລົງຫຼາຍກວ່າ 3% ແລະ ນັກລົງທຶນຍັງສືບຕໍ່ຂາຍອອກຢ່າງຕໍ່ເນື່ອງ.

ສໍານັກຂ່າວ Bloomberg ລາຍງານວ່າ: ພຽງ 2 ມື້ ຫຼັງຈາກການປະກາດນະໂຍບາຍ ພາສີຂອງອາເມຣິກາ ເຮັດໃຫ້ມູນຄ່າຊັບສິນຂອງມະຫາເສດຖີໂລກຫຼຸດລົງລວມກັນເຖິງ 536 ຕື້ໂດລາ ເຊິ່ງເປັນການເສຍຫາຍຫຼາຍທີ່ສຸດໃນປະຫວັດສາດ. ໃນນີ້, ທ່ານ ອີລອນມັສ, ປະທານຜູ້ບໍລິ ຫານຂອງ Tesla ແລະ SpaceX ເສຍຫາຍ 31 ຕື້ໂດລາ ເນື່ອງຈາກລາຄາຫຸ້ນຂອງ Tesla ຕົກຕໍ່າລົງ. ທ່ານ ມາກ ຊັກເຄີເບີກ, ຜູ້ກໍ່ຕັ້ງ, ທັງເປັນປະທານຜູ້ບໍລິຫານຂອງ Meta ເສຍຫາຍ 27 ຕື້ໂດລາ ເພາະຫຸ້ນຂອງ Meta ຕົກຕໍ່າລົງເກືອບ 14% ແລະ ທ່ານ ເຈັຟ ເບໂຊສ, ຜູ້ກໍ່ຕັ້ງ Amazon ແລະ ເຈົ້າຂອງ Washington Post ເສຍຫາຍ 23,5 ຕື້ໂດລາ.
ສໍາລັບບັນດາປະເທດທີ່ຖືກອາເມລິກາເພີ່ມພາສີໃນຄັ້ງນີ້ ຕ່າງສະແດງຄວາມບໍ່ເຫັນດີ ແລະ ຊອກຫາວິທີແກ້ໄຂ ຫຼື ຕອບໂຕ້ຕາມຄວາມເໝາະສົມ. ໃນນີ້ ເຫັນໄດ້ຢ່າງຈະແຈ້ງ ແລະ ປະຕິບັດໄດ້ຢ່າງເດັດຂາດກວ່າໝູ່ ແມ່ນປະເທດຈີນທີ່ຄູ່ຄ້າທີ່ສໍາຄັນຂອງອາເມຣິກາ ແລະ ເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກ. ເບື້ອງຕົ້ນອາເມຣິກາໄດ້ປະກາດເພີ່ມພາສີຕໍ່ຈີນ 54% ຕໍ່ມາໄດ້ເພີ່ມຂຶ້ນເປັນ 104% ແລະ 125%. ຈີນ ໄດ້ປະຕິບັດຫຼາຍມາດຕະການເພື່ອຕອບໂຕ້ຄືນ ເຊັ່ນ: ການເພີ່ມພາສີຕໍ່ສິນຄ້ານຳເຂົ້າທັງໝົດຈາກອາເມຣິກາ, ເບື້ອງຕົ້ນກໍານົດເພີ່ມພາສີ 34% ຕໍ່ມາໄດ້ເພີ່ມເປັນ 84%, ໄດ້ກ່າວຟ້ອງການກະທຳທີ່ກ່ຽວຂ້ອງຂອງອາເມຣິກາພາຍໃຕ້ກົນໄກແກ້ໄຂຄວາມຂັດແຍ້ງຂອງອົງການການຄ້າໂລກ, ປະກາດຄວບຄຸມການສົ່ງອອກແຮ່ຫາຍາກຫຼາຍຊະນິດໄປອາເມຣິກາ, ເພີ່ມຫົວໜ່ວຍທຸລະກິດຫຼາຍແຫ່ງຂອງອາເມຣິກາເຂົ້າໃນບັນຊີຄວບຄຸມການສົ່ງອອກ ແລະ ອື່ນໆ.
ສ່ວນສະຫະພາບເອີຣົບ ຫຼື EU ທີ່ອາເມຣິກາເພີ່ມພາສີນໍາເຂົ້າສິນຄ້າ 20%. ທ່ານ ນາງອູຊຸລາ ວອນເດີເລເອິນ, ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: EU ພວມສຸມທຸກຄວາມພະຍາຍາມເພື່ອເຈລະຈາກ່ຽວກັບກັບອາເມຣິກາ, ແຕ່ຖ້າມີຄວາມຈຳເປັນ, EU ໄດ້ກຽມພ້ອມແລ້ວທີ່ຈະນໍາໃຊ້ມາດຕະການຕອບໂຕ້ຄືນເພື່ອປົກປ້ອງຜົນປະໂຫຍດຂອງຕົນ.

ຄຽງຄູ່ກັນນີ້, ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ການາດາ, ອິນເດຍ, ອົດສະຕຣາລີ, ນີວຊີແລນ ແລະ ອື່ນໆ ຕ່າງພວມຊອກຫາມາດຕະການຕອບໂຕ້ທີ່ເໝາະສົມ. ເຊັ່ນດຽວກັບບາງປະເທດສະ ມາຊິກອາຊຽນໄດ້ພະຍາຍາມປຶກສາຫາລືກັບອາເມຣິກາເພື່ອຫຼຸດຜ່ອນອັດຕາພາສີ. ຂະນະທີ່ ມາເລເຊຍ, ໃນຖານະປະເທດປະທານໝູນວຽນອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໃນວັນທີ 10 ເມສານີ້ ເພື່ອປຶກສາຫາລືກ່ຽວກັບວິທີຮັບມືກັບການເພີ່ມພາສີຂອງອາເມຣິກາ. ແລະ ກ່ອນໜ້ານີ້, ທ່ານ ດາໂຕ ເຊຣີ ອັນວາ ບິນ ອິບບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ໄດ້ອອກມາຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນຈົ່ງ “ສາມັກຄີເປັນເອກະພາບກັນ ຍຶດໝັ້ນຫຼັກໝັ້ນຢ່າງໜັກແໜ້ນ” ເພື່ອຮັບມືກັບນະໂຍບາຍເພີ່ມພາສີຂອງລັດຖະບານອາເມຣິກາ.
ການປະກາດນະໂຍບາຍເພີ່ມພາສີຂອງອາເມຣິກາ ໄດ້ສ້າງຄວາມປັ່ນປ່ວນ ແລະ ສະ ເທືອນໄປທົ່ວໂລກ ເຮັດໃຫ້ບຸກຄົນສໍາຄັນຕ່າງໆ ຕ່າງສະແດງຄວາມເປັນຫວ່ງຕໍ່ຜົນກະທົບທີ່ຈະຕາມມາ. ທ່ານ ເຈີໂຣມ ພາວເວລ, ປະທານທະນາຄານກາງອາເມຣິກາ ກ່າວວ່າ: ກໍາແພງພາສີຄັ້ງໃໝ່ຂອງອາເມຣິກາໃຫຍ່ກວ່າທີ່ຄາດຄິດໄວ້ ແລະ ຈະກະທົບຕໍ່ເສດຖະກິດ, ອັດຕາເງິນເຟີ້ຈະເພີ່ມສູງຂຶ້ນ ແລະ ການຂະຫຍາຍຕົວຂອງເສດຖະກິດໂລກທີ່ຊ້າລົງກວ່າທີ່ຄາດໄວ້.
ທ່ານ ລູອິສ ອີນາຊິໂອ ລູລາ ດາຊິນວາ, ປະທານາທິບໍດີບຣາຊິນ ກ່າວວ່າ: ລະບຽບການຄ້າໃໝ່ທີ່ອາເມຣິກາປະກາດນັ້ນ “ຈະບໍ່ປະສົບຜົນສຳເລັດຢ່າງແນ່ນອນ” ແລະ ມີເຈຕະນາ “ວາງກົດລະບຽບໃຫ້ແກ່ທົ່ວໂລກ” ໂດຍຜ່ານນະໂຍບາຍທີ່ທຳລາຍລັດທິຫຼາຍຝ່າຍ.
ທ່ານ ຄຣີສໂຕເຟີ ລູຊອນ, ນາຍົກລັດຖະມົນຕີນີວຊີແລນ ກ່າວວ່າ: ການເພີ່ມພາສີຂອງອາເມຣິກາເຮັດໃຫ້ທົ່ວໂລກຕົກເຂົ້າສູ່ຄວາມອັນຕະລາຍທີ່ອາດຈະເກີດສົງຄາມທາງການຄ້າ. ສົງຄາມທາງການຄ້າບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດໆ, ຈະຫຼຸດຜ່ອນການເຕີບໂຕຂອງເສດຖະກິດໂລກ, ທຳລາຍການປະກອບອາຊີບ ແລະລາຍຮັບຫຼຸດລົງ, ການກະທຳດັ່ງກ່າວກໍາລັງທຳຮ້າຍອະນາຄົດການພັດທະນາເສດຖະກິດໂລກ.
ສ່ວນ ທ່ານໂລເຣັນສ໌ ຊຳເມີສ, ອະດີດລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ຕຳໜິນະໂຍບາຍເພີ່ມພາສີຂອງອາເມຣິກາວ່າ: ນີ້ເປັນການທຳຮ້າຍຕົນເອງຢ່າງຮ້າຍແຮງທີ່ສຸດຕໍ່ເສດຖະກິດຂອງອາເມຣິກາໃນປະຫວັດສາດ, ທັງຈະເຮັດໃຫ້ເກີດໄພເງິນເຟີ້ຮ້າຍແຮງຂຶ້ນ ແລະ ຄວາມສາມາດໃນການບໍລິໂພກຂອງປະຊາຊົນຫຼຸດຕ່ຳລົງ.

ເວົ້າໄດ້ວ່າ, ບັນດາປະເທດທົ່ວໂລກ, ລວມເຖິງບັນດາອົງການຈັດຕັ້ງສາກົນ ຕ່າງບໍ່ເຫັນດີກັບນະໂຍບາຍຂຶ້ນພາສີສິນຄ້ານໍາເຂົ້າຂອງອາເມຣິກາໃນຄັ້ງນີ້ ເພາະເປັນຫ່ວງເຖິງຜົນກະທົບຕໍ່ເສດຖະກິດໂລກທີ່ຈະເກີດຂຶ້ນ ເນື່ອງຈາກການຂຶ້ນພາສີຊໍ້າແລ້ວຊໍ້າອີກຂອງອາເມຣິກາ ຈະເຮັດໃຫ້ເກີດສົງຄາມການຄ້າລະຫວ່າງປະເທດມະຫາອໍານາດສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງຫຼີກ ລ່ຽງບໍ່ໄດ້. ຈີນ ເນັ້ນຢໍ້າມາຕະຫຼອດວ່າ: ສົງຄາມພາສີ ແລະ ສົງຄາມການຄ້າ ຈະບໍ່ມີຜູ້ຊະນະ ເຊິ່ງເປັນສັດຈະທຳທີ່ຈະບໍ່ມີອັນໃດມາປ່ຽນແປງໄດ້, ການພັດທະນາແມ່ນສິດທິທົ່ວໄປຂອງບັນດາປະເທດທົ່ວໂລກ, ຫາກບໍ່ແມ່ນສິດທິພິເສດຂອງບາງປະເທດ. ຈີນ ຍິນດີຮ່ວມກັບຝ່າຍຕ່າງໆ ຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ, ຮ່ວມກັນປົກປັກຮັກສາໂຄງປະກອບດ້ານການຄ້າຫຼາຍຝ່າຍທີ່ຖືເອົາອົງການການຄ້າໂລກເປັນແກນກາງ, ປົກປ້ອງຄວາມຍຸຕິກຳ ແລະ ຄວາມເປັນທຳໃນສາກົນ.
ປັດຈຸບັນນີ້, ໂລກໄດ້ຫັນເປັນຫຼາຍຂົ້ວ ແລະ ເສດຖະກິດໂລກາພິວັດໄດ້ພັດທະນາລົງສູ່ລວງເລິກ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າທີ່ຖິ້ມຜົນກະທົບໃສ່ປະເທດອື່ນນັ້ນບໍ່ສອດຄ່ອງກັບຈິດໃຈຂອງຊາວໂລກ. ສະນັ້ນ ທຸກປະເທດຕ້ອງຮ່ວມກັນປົກປ້ອງໂຄງປະກອບການຄ້າຫຼາຍຝ່າຍ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈຶ່ງເປັນຄວາມປາດຖະໜາຮ່ວມຂອງປະຊາຊົນທຸກປະເທດທົ່ວໂລກ. ບາງປະເທດມະຫາອໍານາດຄວນປ່ຽນຄວາມຊິນເຄີຍກັບທັດສະນະທີ່ວ່າ: ການເສຍສະຫຼະຜົນປະໂຫຍດຂອງທົ່ວໂລກເພື່ອຮັບໃຊ້ຄວາມເປັນເຈົ້າອຳນາດຂອງຕົນ ເພາະນັ້ນມັນສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດໂລກ. ຂະນະທີ່ ສ່ວນການສ້າງສົງຄາມພາສີ ແລະ ສົງຄາມການຄ້າ ເປັນສິ່ງທີ່ບັນດາປະເທດທົ່ວໂລກບໍ່ສະໜັບສະໜູນ ແລະ ບໍ່ຕ້ອງ ການໃຫ້ເກີດຂຶ້ນທີ່ສຸດ.


