ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ສີ​ຈິ້ນ​ຜິງ: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ.”

Apr 11, 2025

ທ່ານ​ສີ​ຈິ້ນ​ຜິງ: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ.”
​ ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ເວົ້າ​ຢູ່​ເລື້ອຍໆ​ໃນ​ເວ​ລາ​ລົງ​ສຳ​ຫຼວດ​ຄົ້ນ​ຄວ້າ​​ຢູ່ຮາກ​ຖານ ຕອນ​ທີ່​ເພິ່ນ​ເຮັດ​ວຽກ​ຢູ່​ແຂວງ​ເຈີ້​ຈ່ຽງ​ວ່າ: “ຄັນ​ບໍ່​ກິນ​ໝາກ​ຈອງ ຊິ​ຮູ້​ລົດ​ຊາດ​ຂອງ​ໝາກ​ຈອງ​ໄດ້​ແນວ​ໃດ?” ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ດ້ວຍ​ຄຳ​ປຽບ​ທຽບ​ວ່າ: “ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ກໍ​ປຽບ​ເໝືອນ​ ‘ການ​ຖື​ພາ’ ເປັນ​ເວ​ລາ 10 ເດືອນ, ສ່ວນ​ການກຳ​ນົດນະ​ໂຍ​ບາຍ​ກໍ​ປຽບ​ເໝືອນ ‘ການ​ເກີດ​ລູກ’. ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ເປັນຂະ​ບວນ​ການກຳ​ນົດນະ​ໂຍ​ບາຍ​ຢ່າງ​ມີ​ວິ​ທະ​ຍາ​ສາດ, ມັນ​ຂາດ​ບໍ່​ໄດ້ ​ແລະ​ປະ​ໝາດ​ບໍ່​ໄດ້​ເດັດ​ຂາດ.​”
ຄຳ​ເວົ້າ​ອັນ​ລຽບງ່າຍ​ນີ້​ໄດ້​ບົ່ງ​ບອກເຖິງແບບ​ແຜນ​ວິ​ທີ​ການ​ເຮັດ​ວຽກ​ ຢ່າງ​ສະ​ເໝີ​ຕົ້ນ​ສະເໝີ​ປາຍ​ຂອງ​ຊາວ​ຄອມ​ມູ​ນິດ​ຈີນ​ຄື: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ.”
“ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ເປັນມໍ​ລະ​ດົກ​ອັນ​ປະ​ເສີດ​ຂອງ​ພັກ​​ຄອມ​ມູ​ນິດ​ຈີນ ແລະ​ ເປັນ​ຄວາມ​ສາ​ມາດ​ພື້ນ​ຖານ​ອັນ​ໜຶ່ງ​ໃນ​ການ​ເຮັດ​ວຽກທຸກ​ດ້ານ​ໃຫ້​ດີ” ເດືອນທັນວາ 2012, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ​ຄອມມູນິດຈີນ ໄດ້ ເປັນປະທານກອງປະຊຸມກົມການເມືອງສູນກາງພັກ​ຄອມມູນິດຈີນ ໂດຍໄດ້ຄົ້ນຄວ້າພິຈາລະນາ ແລະຮັບຮອງເອົາ “ກົດເຫຼັກ 8 ຂໍ້ ຂອງກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 18 ວ່າດ້ວຍການປັບປຸງແບບແຜນວິທີເຮັດວຽກ ແລະຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ”. ໃນ​ນັ້ນ, “ການ​ປັບ​ປຸງວຽກ​ງານ​ສຳ​ຫຼວດ​ຄົ້ນ​ຄວ້າ” ໄດ້​ຖືກ​ກຳ​ນົດ​ເປັນ​ຂໍ້​ທຳ​ອິດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ສະ​ເໜີ​ມາ​ຫຼາຍ​ເທື່ອ​ໃຫ້ດຳເນີນການສຳຫຼວດຄົ້ນຄວ້າຢ່າງເປັນຂະບວນຟົດຟື້ນ, ໂດຍ​ໄດ້​ຊີ້​ແຈງ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ທີ່​ຄວນ​ດຳ​ເນີນ​ສຳ​ຫຼວດ​ຄົ້ນ​ຄວ້າ​ໃຫ້​ມີ​ປ​ະ​ສິດ​ທິ​ຜົນ​ຄື​ແນວ​ໃດ.
​ກ່ຽວ​ກັບວິ​ທີ​ການ​ສຳ​ຫ​ຼວດ​ຄົ້ນ​ຄວ້າ, ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ເນັ້ນ​ໜັກໃຫ້ “ຊອກ​ຮູ້​ສະ​ພາບ​ການ​ໃຫ້ຄັກ​ແນ່, ຊອກ​ເຫັນ​ເຄົ້າ​ເຫດ​ຂອງ​ບັນ​ຫາ, ເຮັດ​ຢ່າງ​​ມີ​ຄວາມ​ໝັ້ນ​ໃຈ, ບໍ່​ໃຫ້​ກຳ​ນົດ​ນະ​ໂຍ​ບາຍ​ແບບ​ຫຼັບ​ຫູຫຼັບ​ຕາ​ຢ່າງ​ອັດ​ຕະ​ວິ​ໄສ”
ເມື່ອ 20 ກວ່າ​ປີ​ກ່ອນ, ທ່ານ ​ສີ​ຈິ້ນ​ຜິງ​ ຫາ​ກໍ​ໄປ​ເຮັດ​ວຽກ​ຢູ່​ແຂ​ວ​ງ​ເຈີ້​ຈ່ຽງ​ບໍ່​ດົນ, ມີ​ຄົນ​ຂໍ​ໃຫ້​ເພິ່ນ​ເລົ່າ​ແຜນ​ປະ​ຕິ​ບັດ​ຕາມໜ້າ​ທີ່​ຕຳ​ແໜ່ງສູ່ຟັງ. ທ່ານ​ ສີ​ຈິ້ນ​ຜິງ ​ເວົ້າ​ດ້ວຍ​ຮອຍ​ຍິ້ມ​ວ່າ ຂ້າ​ພະ​ເຈົ້າ​ຫາ​ກໍ​ມາ​ໃໝ່ໆ, ຍັງ​ບໍ່​ທັນ​ມີ​ສິດ​ອອກ​ຄຳ​ເຫັນ​ເທື່ອ. ຮອດ​ເວ​ລາ​ແລ້ວຂ້າ​ພະ​ເຈົ້າ​ຈະເວົ້າ​ສູ່​ຟັງແນ່ນອນ.
“ການ​ສຳ​ຫຼວດ​ຄົ້ນ​ຄວ້າເປັນ​ພື້ນ​ຖານ​ແຫ່ງ​ການ​ພັດ​ທະ​ນາ​ພາ​ລະ​ກິດ ແລະ​ວິ​ທີ​ການ​ອັນ​ຖືກ​ຕ້ອງ​ ຕໍ່​ການ​ປະ​ສົບ​ຜົນ​ສຳ​ເລັດ ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ”. ຜ່ານ​ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ເພື່ອ​ເກັບ​ກຳ​ສະ​ພາບ​ຕົວ​ຈິງ, ກຳ​ໄດ້​ເຄົ້າ​ເຫດ​ເພື່ອ​ແກ້​ໄຂ​ບັນ​ຫາ ເຊິ່ງ​ເປັນ​ມູນ​ເຊື້ອ​ ແລະ​ແບບ​ແຜນ​ທີ່​ດີງາມ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ ແລະ​​ຍັງເປັນ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ ທ່ານ​ ສີ​ຈິ້ນ​ຜິງ​ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
“ຖ້າຢາກຮັບຮູ້ສະພາບຄວາມເປັນຈິງ ກໍຕ້ອງກຳກັບການສຳຫຼວດຄົ້ນຄວ້າ ເຊິ່ງເປັນຄວາມສາມາດພື້ນຖານ”. ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ ເປັນເວລາ 3 ປີປາຍ, ທ່ານ ສີຈິ້ນຜິງ ໄດ້ໄປຮອດໄປເຖິງ 25 ຕາແສງ ແລະ 221 ບ້ານໃນທົ່ວເມືອງ. ຕອນເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ໄດ້​ສົ່ງ​ເສີມລະ​ບຽບ​ການ ​“​ລົງ​ຮາກ​ຖານ 4 ດ້ານ”, ພາຍ​ຫຼັງຂຶ້ນດຳລົງຕຳແໜ່ງໄດ້ບໍ່ຮອດ 3 ເດືອນ, ເພິ່ນໄດ້ໄປຮອດໄປເຖິງທົ່ວທັງ 9 ເມືອງພາຍໃນເຂດນິງເຕີ. ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໃຊ້ເວລາພຽງແຕ່ປີປາຍເທົ່ານັ້ນ ໄດ້ໄປເຄື່ອນໄຫວສຳຫຼວດຄົ້ນຄວ້າຢູ່ທັງໝົດ 90 ເມືອງໃນທົ່ວແຂວງ; ຕອນ​ເຮັດ​ວຽກ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ເພິ່ນ​ໄດ້​​ໄປ​ຮອດ​ໄປ​ເຖິງ​ທັງ19 ເມືອງ​ໃນ​ທົ່ວ​ນະ​ຄອນ…
ເດືອນ​ກໍລະ​ກົດ 2013, ທ່ານ​ ສີ​ຈິ້​ນ​ຜິງ​ ໄດ້​ເດີນ​ທາງແຂ່ງ​ຝົນ​​ໄປ​ເຄື່ອນ​ໄຫວ​ຢ້ຽມ​ຢາມຢູ່​ເຂດ​ທ່າກຳ​ປັ່ນ​ຕູ້​ຄອນ​ເ​ທັນເນີ​ຢາງ​ໂລ​ ທ່າ​ໃໝ່​ອູ​ຮັ້ນ ແຂວງ​ຫູ​ເປີຍ, ເພິ່ນ​ກໍ້​ຂາ​ໂສ້ງ​ຂຶ້ນ, ມື​ກັ້ງ​ຄັນ​ຮົ່ມ​​ຍ່າງ​ຕາມ​ນ້ຳ​ອັ່ງ​ ທັງ​ສຳ​ຫຼວດກວດ​ເບິ່ງ​ ທັງ​ສອບ​ຖາມ​ສະ​ພາບ​ທີ່​ກ່ຽວ​ຂ້ອງ. ຫຼັງ​ຈາກ​ນັ້ນ​ສອງ​ມື້, ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​​ສົນ​ທະ​ນາ​ກັບການ​ນຳ​ບາງ​ແຂວງ​ ແລະ​ກຳ​ແພງ​ນະ​ຄອນ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ, ເພິ່ນ​ໄດ້​ເນັ້​ນ​ໜັກ​ວ່າ: “​ໃນ​ເວ​ລາສຶກ​ສາ​ຄົ້ນ​ຄວ້າ, ຕຶກ​ຕອງ ແລະ​ກຳ​ນົດ​ ຄວາມ​ຄິດ ​ແລະ​ມາດ​ຕະ​ການສຳ​ຄັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ​​ການ​ເຮັດ​ແບບແນວ​ຄິດກົນ​ຈັກ​ຕາຍ​ຕົວ​ແມ່ນ​ບໍ່​ໄດ້, ນັ່ງ​ຢູ່​ເທິງ​ໂຕະ​ຕັ່ງ ແລ້ວ​ຄິດ​ເອົາ​ເອງ ແມ່ນ​ບໍ່​ໄດ້, ຫຼື​ເອົາ​ແບບຈິນ​ຕະ​ນາ​ເຟີ້​ຝັນ​ມັນແຮ່ງ​ບໍ່​ໄດ້, ​ຈຳ​ຕ້ອງ​​ລົງ​ເລິກ​ສຳ​ຫຼວດ​ຄົ້​ນ​ຄວ້າ​ຢ່າງ​ຮອບ​ດ້ານ.​ ”
ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ ປະ​ຈຳ​ປີ 2023, ທ່ານ​ ສີ​ຈິ້ນ​ຜິງ ​ເຄີຍ​ກ່າວ​ເຖິງ​ເລື່ອງ​ທີ່​ເພິ່ນ​ເຄີຍ​ໄດ້​ອ່ານ​ເອ​ກະ​ສານ​ກ່ຽວ​ກັບ “ການ​ບົ່ມ​ເພາະ​ສ້າງ​ຖານ​ຈຸດ​ສຸມ “ໜຶ່ງ​ເມືອງ​ໜຶ່ງ​ອຸດ​ສາ​ຫະ​ກຳ​”ງວດ​ໜຶ່ງ”: “ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ​ແລ້ວ​ກໍ​ຄິ້ວ​ສົນ​ເລີຍ.​ ການ​ພັດ​ທະ​ນາເມືອງ​​ໃດໜຶ່ງ​ຈະ​ອາ​ໄສ​ແຕ່​ອຸດ​ສາ​ຫະ​ກຳ​ໃດ​ໜຶ່ງ​ໄດ້ຫຼື​ບໍ່ນັ້ນ ​ແມ່ນ​ຕ້ອງ​ລົງ​ເລິກ​ສຳ​ຫຼວດ​ຄົ້ນ​ຄວ້າ, ບໍ່​ໃຫ້ເຮັດ​ແບບລົງ​ນາມ​ຕາມ​ລຳ​ພັງແລ້ວ​ເບີກ​ງົບ​ປະ​ມານ​ໄປກ້ອນ​ໜຶ່ງ, ​ທ້ອງ​ຖິ່ນ​ນີ້​ພັດ​ທະ​ນາ​ການ​ລ້ຽງ​ໄກ່​, ປູກ​ເຫັດສະ​ເພາ​ະ, ​ທ້ອງ​ຖິ່ນ​ນັ້ນ​ພັດ​ທະ​ນາ​ຂະ​ແໜງ​ການ​ຕຳ​ແຜ່ນ​ສະ​ເພາະ, ຄັນ​ເຮັດ​ແນວ​ນີ້​ແມ່ນ​ຕ້ອງຫຼົ້ມ​ເຫຼວ​ແນ່ນອນ.”
ທ່ານ ​ສີ​ຈິ້ນ​ຜິງ​ ຍັງ​ເນັ້ນ​ໜັກ​ວ່າ: “ຕ້ອງ​ຖື​ເອົາ​ການ​ຫຼີກ​ລ່ຽງລັດ​ທິ​ຮູບ​ການ​ ແລະ​ລັດ​ທິ​ອາ​ຍາ​ສິດ​ຢ່າງ​ເຄັ່ງ​ຄັດ ​ເປັນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ເພີ່​ມ​ທະ​ວີ​ການ​ກໍ່​ສ້າງ​ແບບ​ແຜນ”, “​​ຕ້ອງ​ລົງ​ເລິກ​ດຳ​ເນີນ​ການ​ສຳ​ຫຼວດ​ຄົ້ນ​ຄວ້າ, ຊອກ​ຮູ້​ສະ​ພາບ​ການ​ໃຫ້​ຄັກ​ແນ່, ຊອກ​ເຫັນ​ເຄົ້າ​ເຫດ​ຂອງ​ບັນ​ຫາ, ເຮັດ​ຢ່າງ​ມີ​ຄວາມ​ໝັ້ນ​ໃຈ, ບໍ່​ໃຫ້​ກຳ​ນົດ​ນະ​ໂຍ​ບາຍ​ແບບ​ຫຼັບ​ຫູຫຼັບ​ຕາ​ຢ່າງ​ອັດ​ຕະ​ວິ​ໄສ, ສຸມ​ກຳ​ລັງ​ຢ່າງ​ແທ້​ຈິງເຂົ້າ​ໃນ​ການ​ຊອກ​ຮູ້​ສະ​ພາບ​ຄວາມ​ເປັນຈິງ, ​ວາງ​ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງ, ແກ້​ໄຂ​ບັນ​ຫາຕົວ​ຈິງ ແລະ​ສະ​ແຫວງ​ຫາ​ການ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ​. ”