ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ຈັດງານແຂ່ງຂັນກິລາຊ່ວງເຮືອ ຢູ່ອ່າງນໍ້າຕໍາ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568.

Apr 14, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາຊ່ວງເຮືອ, ​ຊົກ​ມວຍ​ນ້ຳ ແລະ ການປະກວດອາຫານພື້ນບ້ານ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ຂຶ້ນ ໃນວັນທີ 13 ເມສາ 2025 ນີ້, ຢູ່ທີ່ອ່າງນໍ້າຕໍາ ບ້ານນາບອນ. ໂດຍການເປັນກຽດເຂົ້າຮ່ວມຮັບຊົມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ​ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ມີບັນດາການນໍາເມືອງ, ຫົວໜ້າ​, ຮອງ​ຫົວໜ້າຫ້ອງການ, ສໍານັກງານ​ອ້ອມ​ຂ້າງ​ເມືອງ, ລັດ​ວິ​ສາ​ຫະ​ກິດ, ດ່ານ​ສາ​ກົນ, ພະນັກງານ​ອາວຸ​ໂສ​ບຳນານ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດຜູ້​ປະກອບ​ການ, ບັນດາ​ນາຍບ້ານ ຕະຫຼອດ​ຮອດປະຊາຊົນຊັ້ນຄົນຕ່າງໆ ຢູ່ພາຍ​ໃນ​​ເມືອງ, ​ແຂກຕ່າງເມືອງ, ​ຕ່າງ​ແຂວງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ດ​ຣ ບຸນ​ຍັງ ພັນ​ທະ​ວົງ ຮອງ​ເຈົ້າ​ເມືອງແກ່ນທ້າວ, ຫົວ​ໜ້າ​ຄະ​ນະ​ຮັບ​ຜິດ​ຊອບຈັດ​ງານ​ແຂ່ງຂັນ ໄດ້ລາຍງານໃຫ້ຮູ້ວ່າ: ການ​ຈັດ​ງານແຂ່ງຂັນກິລາຊ່ວງເຮືອ, ການ​ແຂ່ງຂັນ​ຊົກມວຍນ້ຳ ແລະ ການປະກວດອາຫານພື້ນບ້ານ ​​ປີນີ້ ​ມີ​ເຮືອ​ເຂົ້າຮ່ວມການແຂ່ງຂັນ ທັງ​ໝົດ 13 ລຳ (ເປັນ​ເຮືອ​ຂະ​ໜາດບໍ່​ເກີນ 15 ສີ​ພາຍ). ໃນ​ນັ້ນ, ​ເປັນ​ຕົວ​ແທນ​ໃຫ້​ບ້ານເທດ​ສະ​ບານ 9 ລຳ, ບໍ​ລິ​ເວນດອນ​ເມນ 1 ລຳ, ບ້ານ​ບຸ່ງ​ມ່າ ເມືອງ​ປາກ​ລາຍ 1 ລຳ ແລະ ຕົວ​ແທນ​ບໍ​ລິ​ສັດ 2 ລຳ. ກິ​ລາ​ຊົກ​ມວຍ​ນ້ຳ ມີ​ຜູ້​ເຂົ້າ​ຮ່ວມ​ແຂ່ງ​ຂັນ 10 ຄົນ ແລະ ການ​ປະ​ກວດ​ອາ​ຫານ​ພື້ນ​ບ້ານ ມີ​ຕົວ​ແທນ​ເຂົ້າ​ຮ່ວມ​ປະ​ກວດ 9 ບ້ານ ແລະ 4 ອົງ​ການ​ຂອງ​ລັດ. ​
ຜ່ານການແຂ່ງຂັນກິລາຊ່ວງເຮືອ ທີ 1 ໄດ້ແກ່ ສາມຍອດກຸມມານ ໄດ້ເງິນລາງວັນ 5 ລ້ານກີບ ພ້ອມດ້ວຍຂັນລາງວັນ, ທີ 2 ໄດ້ແກ່ ບ້ານດອນເມນ ໄດ້ຮັບເງິນລາງວັນ 3 ລ້ານກີບ, ທີ 3 ໄດ້ແກ່ ບ້ານທ້າວແກ່ນ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ທີ 4 ບ້ານຫາດແດງ ໄດ້ຮັບເງິນລາງວັນ 1 ລ້ານກີບ. ການ​ແຂ່ງຂັນ​ຊົກມວຍນ້ຳ ທີ 1 ໄດ້ແກ່ ຕົວແທນຈາກບ້ານພວນ ໄດ້ຮັບເງິນລາງວັນ 5 ແສນກີບ ພ້ອມດ້ວຍຂັນລາງວັນ, ທີ 2 ຕົວແທນຈາກບ້ານຈອມເພັດ ໄດ້ຮັບເງິນລາງວັນ 3 ແສນກີບ ແລະ ທີ 3 ໄດ້ແກ່ຕົວແທນບ້ານເມືອງໝໍ ໄດ້ຮັບ 2 ແສນກີບ. ສ່ວນການປະ​ກວດ​ອາ​ຫານ​ພື້ນ​ບ້ານ ທີ 1 ໄດ້ແກ່ບ້ານເມືອງເກົ່າ ໄດ້ຮັບເງິນລາງວັນ 1 ລ້ານກີບ, ທີ 2 ບ້ານເມືອງໝໍ ໄດ້ຮັບ 7 ແສນກີບ ແລະ ທີ 3 ກຸ່ມວັດທະນະທໍາ-ສັງຄົມ ໄດ້ຮັບ 5 ແສນກີບ.
ຂ່າວ: ແກ່ນທ້າວ.