ໃນຕອນບ່າຍວັນທີ 14 ເມສາ 2025 ກົງກັບມື້ສັງຂານລ່ວງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດຂະບວນ ແຫ່ນາງສັງຂານ ໃນໂອກາດສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2568 ຢ່າງເບີກບານມ່ວນຊື່ນ. ເຂົ້າຮ່ວມພາຍໃນງານຄັ້ງນີ້ມີທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ນາງຫຼິງທອງ ແສງຕາວັນຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ, ມີບັນດາແຂກ,ມວນຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ໄດ້ມີຄຳເຫັນວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ພໍຮອດກາງເດືອນເມສາ ຂອງທຸກໆປີ ປະຊາຊົນລາວທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນຊາວແຂວງສະຫວັນນະເຂດ ກໍ່ຄືຊາວນະຄອນ ໄກສອນພົມວິຫານ ພວກເຮົາໄດ້ຈັດໃຫ້ມີການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຂຶ້ນ ຊຶ່ງປີນີ້ເປັນ ປີມະເສັງ ປີ ພສ 2568, ຈສ 1387 ແລະ ຄສ 2025 ຫຼື ເອີ້ນກັນວ່າ ກຸດສົງການ ເຊິ່ງແມ່ນຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ ແລະ ເປັນວັດທະນະທຳອັນດີງາມຂອງຊາວພຸດ ກໍ່ຄືຊາວລາວ ພວກເຮົາ. ປີນີ້ ນາງສັງຂານ: ມີຊື່ວ່າ ນາງເທບທິດາອົງທີ2 ຂອງພະຍາກະບິນລະພົມ ຊົງພະນາມວ່າ “ໂຄຣາຄະເທວີ”, ນຸ່ງເຄື່ອງປະດັບດ້ວຍແກ້ວມຸກດາຫານ, ສະເຫວີຍນ້ຳນົມເປັນພັດຕາຫານ, ມືຂວາຖືງ້າວ, ມືຊ້າຍຖືໄມ້ເທົ້າ “ຂີ່ເສືອ” ເປັນພາຫະນະ ເກນພິຣຸນນະສາດ: ຝົນຈະຕົກຫຼາຍ, ມີນາກຫຼິ້ນນ້ຳ 5 ໂຕ, ເຮັດໃຫ້ຝົນຕົກ 600 ຫ່າ, ເກນທາຣາທິຄຸນ: ນ້ຳຈະຫຼາຍ, ຝົນຕົກຕະຫຼອດປີ, ນາທັງສອງແບບຈະໄດ້ຜົນດີ, ມີລົມພັດຕາມລະດູການ, ເກນທັນຍາຫານ: ເຂົ້າຈະໄດ້ຜົນຫຼາຍ, ປະຊາຊົນຈະມີຄວາມສຸກ, ທັນຍາຫານຈະອຸດົມສົມບູນ.
ທ່ານ ປະສົງສິນ ຈະເລີນສຸກ ກ່າວຕື່ມອີກວ່າ: ປີໃໝ່ ພສ 2568 ທີ່ກໍາລັງກ້າວເຂົ້າມານີ້ ຕາງໜ້າການນໍາຂອງນະຄອນໄກສອນພົມວິຫານ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍ ແລະ ສົ່ງພອນໄຊອັນປະເສີດມາຍັງບັນດາທ່ານການນໍາພັກ-ລັດ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຄູບາອາຈານ, ນັກຮຽນຮູ້ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກທຸລະກິດພໍ່ຄ້າຊາວຂາຍ ຕະຫຼອດຮອດກໍາມະກອນ, ຊາວກະສິກອນ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງສະຫວັນນະເຂດ ກໍ່ຄືນະຄອນ ໄກສອນພົມວິຫານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມທີ່ສົມບູນ, ມີໂຊກ ມີໄຊຍິ່ງໃຫຍ່ກວ່າເກົ່າ, ຄິດຫວັງສິ່ງໃດ ຂໍໃຫ້ໄດ້ສົມດັ່ງໃຈປາດຖະໜາທຸກປະການ, ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດຂອງທ່ານທຸກປະການ ປີໃໝ່ ພສ 2568 ນີ້ ພອນໃດ ທີ່ປະເສີດ-ສິ່ງໃດທີ່ລ້ຳເລີດ ຈົ່ງເກີດມີ ແດ່ທຸກໆທ່ານ ຂໍໃຫ້ບັນດາທ່ານ ແຕ່ລະພາກສ່ວນ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ໂຊກດີມີໄຊ ຕະຫຼອດປີ ຕະຫຼອດໄປດ້ວຍເຖີນ
ຈາກນັ້ນພາຍໃນງານ ກໍ່ໄດ້ມີພິທີບາສີສູ່ຂວັນໃຫ້ການນຳຂອງແຂວງ,ການນຳນະຄອນ ພ້ອມທັງຈັດຕັ້ງຂະບວນແຫ່ນາງສັງຂານ, ຂະບວນແຫ່ ກ້ອນມວນຊົນ ເຊິ່ງຂະບວນແຫ່ດັ່ງກ່າວ ແມ່ນເລີ່ມຈາກເດີ່ນຫ້ອງວ່າການນະຄອນ ໄກສອນ ພົມວິຫານ ໄປຕາມຖະໜົນມາຄະເວຫາ ລ້ຽວຂວາໄປຕາມຖະໜົນລາດຊະວົງເສິກ ຮອດຮ້ານເຊເວັນລ້ຽວຊ້າຍໄປຕາມຖະໜົນສຸດທະນູ ຮອດຖະໜົນທ່າແຮ່ແຄມຂອງ ລ້ຽວຊ້າຍເຂົ້າໄປສູ່ວັດໃຫຍ່ໄຊຍະພູມປະຕູເບື້ອງຕາເວັນຕົກ (ແຄມຂອງ)
ຂ່າວ-ພາບ: ອັກສອນສິນ ພົມມະຈັນ






