ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 15 ເມສາ 2025 ຢູ່ບ້ານຜານົມ ນະຄອນຫລວງພະບາງ ບຸນປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ ຂອງເຜົ່າລື້ ໂດຍ ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ມີ ທ່ານຮອງເຈົ້າແຂວງ, ພ້ອມດ້ວຍ ການນຳຂອງແຂວງ, ເມືອງ-ນະຄອນ ຫລວງພະບາງ ແລະ ປະຊາຊົນພາຍໃນບ້ານ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ຢ່າງຫລວງຫຼາຍ.
ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານຜານົມ ໄດ້ໃຫ້ຮູ້່າວ່າ: ໄຕລື້ ແມ່ນເຜົ່າໜຶ່ງ ຂອງວົງຄະນະນາຍາດແຫ່ງຊາດລາວ ເຊິ່ງມີຖິ່ນຖານຕົ້ນກໍາເນີດຢູ່ສິບສອງປັນນາປະເທດຈີນ ແລະ ໄດ້ເຄື່ອນຍ້າຍ ມາຕັ້ງຖິ່ນຖານຢູ່ຫລາຍແຫ່ງທາງພາກເໜືອຂອງປະເທດລາວ ໂດຍສະເພາະເຜົ່າໄຕລື້ບ້ານ ຜານົມ ໄດ້ເຄື່ອນຍ້າຍຈາກດິນແດນພາກໃຕ້ ຂອງເຂດສິບສອງປັນນາ ເຂົ້າມາຢູ່ນໍ້າແດນດິນເມືອງຫລວງພະບາງໃນປີ 1876 ໃນສະໄໝຂອງພະເຈົ້າ ມັນທາຕຸລາດ ເປັນເຈົ້າແຜ່ນດິນ (ອານາຈັກລາວລ້ານຊ້າງຫລວງພະບາງ). ສໍາລັບຄວາມໝາຍຂອງປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ໝາຍເຖິງ ວັນປີໃໝ່ມາຮອດແລ້ວ ເປັນຈຸດເລີ່ມຕົ້ນເຂົ້າສູ່ລະດູທໍາການຜະລິດ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ອຸດົມສົມບູນ, ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ.
ທ່ານນາຍບ້ານຜານົມ ຍັງໃຫ້ຮູ້ຕື່ມວ່າ: ໄລຍະ 1 ປີຜ່ານມາ ພາຍໃນບ້ານສາມາດສ້າງລາຍຮັບໄດ້ທັງໝົດ 81 ຕື້ກວ່າກີບຕໍ່ປີ, ສະເລ່ຍໄດ້ 26 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫລື ເທົ່າກັບ 1.257 ໂດລາຕໍ່ຄົນຕໍ່ປີ, ປະຊາຊົນ ສ່ວນໃຫຍ່ແມ່ນມີມູນເຊື້ອ ໃນການເຮັດຫັດຖະກຳ-ຕ່ຳແຜ່ນແພ ທີ່ເປັນເອກະລັກສະເພາະ ທີ່ສືບທອດມາແຕ່ດົນນານ ກວມ 87% ເຮັດໃຫ້ກາຍເປັນບ້ານທີ່ມີຊື່ສຽງ, ຫລາຍຄອບຄົວໄດ້ກາຍເປັນຄອບຄົວວັດທະນະທຳ ແລະ ຄອບຄົວພັດທະນາ, ທັງມີກອງທຶນໝູນວຽນພາຍໃນບ້ານ ຫລາຍກວ່າ 100 ລ້ານກີບ. ພ້ອມນັ້ນ, ປະຊາຊົນພາຍໃນບ້ານໄດ້ອານຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີຂອງເຜົ່າ ໃຫ້ຄົງຄຸນຄ່າຕະຫລອດມາ.
ໂອກາດນີ້. ໄດ້ຊົມການສະແດງ ສິລະປະວັດນະຄະດີ ຂອງເຜົ່າໄຕລື້ ໂດຍສະເພາະ ການຟ້ອນ, ການຂັບລໍາ ຕະຫຼອດຮອດການຸ່ງຖື ສໍານຽງການປາກເວົ້າ ທີ່ສະແດງເຖິງ ເອກະລັກຂອງເຜົ່າ ແລະ ມີການເດີນແບບ ເຄື່ອງນຸ່ງຊຸດທີ່ເປັນເອກະລັກຂອງເຜົ່າອີກດ້ວຍ.
ຂ່າວ: ເພັດສາຄອນ ສິມມະວົງ








