ເນື່ອງໃນໂອກາດທີ່ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ເດີນທາງໄປຢ້ຽມຢາມມາເລເຊຍ ທາງລັດຖະກິດ, ວັນທີ 15 ເມສານີ້, ພິທີອອກອາກາດລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາມາເລເຊຍ ທີ່ຖ່າຍທຳໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ. ທ່ານ ເຊິ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສໃນພິທີດັ່ງກ່າວ.
ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາມາເລເຊຍ ໄດ້ອອກອາກາດຢູ່ວິທະຍຸໂທລະພາບແຫ່ງຊາດ ມາເລເຊຍ ແລະ ສື່ມວນຊົນສຳຄັນອື່ນໆຂອງມາເລເຊຍໃນມື້ດຽວກັນ.




