ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ຄັ້ງທີ 4

Apr 16, 2025

ໃນໄລຍະວັນທີ 16-17 ເມສາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ ໃນນາມແຂກຂອງປະທານ ກໍຄື ສສ ຫວຽດນາມ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມມືສາກົນເພື່ອການຫັນປ່ຽນສີຂຽວທີ່ມີຄວາມກວມ ລວມ, ຍືນຍົງ, ນະວັດຕະກໍາ ເເລະ ມີປະຊາຊົນເປັນເເກນກາງ”, ກອງປະຊຸມປິ່ນອ້ອມທີ່ສໍາຄັນພ້ອມທັງມີແຜນເຄື່ອນໄຫວພົບປະການນຳຂັ້ນສູງ ແລະ ລົງຢ້ຽມຢາມສຶກສາເຂດການຜະລິດອຸດສາຫະກຳຂອງປະເທດເຈົ້າພາບ.
ໃນວັນທີ 16 ເມສາ 2025, ທ່ານ ນາຍົກລັດຖະມົນຕີໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຫົວໜ້າລັດຖະ ບານ, ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມ ຫລາຍກວ່າ 400 ທ່ານ. ພາຍຫລັງທີ່ ທ່ານ ຟ້າມ ມິງ ຈິງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ; ພິເສດ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ກໍໄດ້ກ່າວສູນທອນພົດ ເປັນທິດທາງໃຫ້ແກ່ການປຶກສາຫາລື ຕໍ່ກອງປະຊຸມໃນຄັ້ງນີ້. ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບກຽດໃຫ້ຂຶ້ນກ່າວປາໄສ ໃນພິທີເປີດກອງປະຊຸມ ໂດຍໄດ້ຢໍ້າຄືນຄວາມເອົາໃຈໃສ່ຂອງລັດຖະບານລາວ ຕໍ່ແນວຄວາມຄິດການເຕີບໂຕສີຂຽວເພື່ອເປັນແນວທາງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄື ການບັນລຸເປົ້າໝາຍການພັດທະນາແບບຍືນຍົງຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງໄດ້ແຈ້ງໃຫ້ກອງປະຊຸມຮັບຊາບກ່ຽວກັບຍຸດທະສາດພາຍໃນຂອງ ສປປ ລາວ ແລະ ຄວາມພະຍາຍາມຂອງລັດຖະບານລາວໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ແຜນງານທີ່ກ່ຽວຂ້ອງໃຫ້ມີຄວາມສອດຄ່ອງກັບແຜນພັດທະນາແຫ່ງຊາດໂດຍລວມ ເຖິງວ່າ ສປປ ລາວ ຈະເປັນໜຶ່ງໃນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດກັບທະເລ ທີ່ມີຄວາມຫຍຸ້ງຍາກ ແລະ ຂໍ້ຈໍາກັດຫລາຍດ້ານກໍຕາມ.
ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອະທິບາຍເພີ່ມເຕີມການແກ້ໄຂຂໍ້ຫຍຸ້ງຍາກ ເຊິ່ງລັດຖະ ບານລາວໄດ້ຮ່ວມກັບພາກທຸລະກິດ ແລະ ປະຊາຊົນສຸມໃສ່ພັດທະນາປະເທດ ໂດຍການຫັນເປັນສີຂຽວຕາມຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ ເຖິງປີ 2030 ໂດຍສະເພາະການສົ່ງເສີມການມີສ່ວນຮ່ວມຂອງກະສິກອນ, ຊາວຜູ້ອອກແຮງງານ ແລະ ພາກທຸລະກິດໃນການວຽກງານການພັດທະນາໂດຍຫັນມານໍາໃຊ້ເຕັກໂນໂລຊີທັນສະໄໝ, ການຜະລິດກະສິກໍາແບບຍືນຍົງ ແລະ ການນຳໃຊ້ພະລັງງານສະອາດ.
ສຸດທ້າຍ ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາຄູ່ຮ່ວມມື ແລະ ວົງຄະນາຍາດສາກົນ ກໍຄື ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມຂອງຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ໃຫ້ສືບຕໍ່ເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແລະ ເປີດໂອກາດໃນການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ປະເທດຕ່າງໆໄດ້ພັດທະນາໄປພ້ອມໆກັນ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວຢ່າງສະເໝີຕົ້ນສະເໝີປາຍ ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ແລະ ຄູ່ພັດທະນາໃນການຈັດຕັ້ງປະຕິບັດການເຕີບໂຕສີຂຽວເພື່ອຊຸກຍູ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມຄົບຄະນະລະດັບສູງ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ມີບັນດານາຍົກລັດຖະມົນຕີ ບັນດາປະເທດສະມາຊິກ P4G ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກປະເທດຕ່າງໆເຂົ້າຮ່ວມ ຫລາຍກວ່າ 200 ທ່ານ ແລະ ໄດ້ຢ້ຽມຊົມ ການວາງສະແດງສິນຄ້າ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການພັດທະນາຕາມທິດສີຂຽວ ທີ່ຈັດຂຶ້ນໃນໄລຍະກອງປະຊຸມດັ່ງກ່າວ.
ກົນໄກຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ຫລື P4G ແມ່ນຂໍ້ລິເລີ່ມຂອງລັດຖະບານດານມາກ, ໄດ້ຖືກປະກາດໃນປີ 2017 ແລະ ໄດ້ຮັບການກໍ່ຕັ້້ງຂຶ້ນຢ່າງເປັນທາງການໃນປີ 2018 ໂດຍ 7 ປະເທດສະມາຊິກຄື: ດານມາກ, ຊີເລ, ເມັກຊິກ, ຫວຽດນາມ, ສ ເກົາຫລີ, ເອທີໂອປີ ແລະ ເຄັນຍາ ຊຶ່ງໄດ້ຮັບການຊ່ວຍເຫລືອຈາກບັນດາອົງການຈັດຕັ້ງສາກົນ. ປັດຈຸບັນ, P4G ມີສະມາຊິກທັງໝົດ 12 ປະເທດ.
ຈຸດປະສົງຂອງການກໍ່ຕັ້ງກົນໄກດັ່ງກ່າວ ເພື່ອເປັນເວທີຊຸກຍູ້ການຮ່ວມມືຂ້າມຂະແໜງການ ກໍຄືການຮ່ວມມືພາກລັດ-ພາກເອກະຊົນ, ລວມທັງສົ່ງເສີມການມີສ່ວນຮ່ວມຂອງອົງການຈັດຕັ້ງພົນລະເຮືອນ (CSO) ແນໃສ່ລະດົມແນວຄວາມຄິດ ແລະ ຊອກຫາແນວທາງແບບໃໝ່ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ພັນທະພາຍໃຕ້ສັນຍາປາຣີ ລວມທັງແນວຄວາມຄິດການເຕີບໂຕສີ ຂຽວ ໂດຍສຸມໃສ່ 5 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄື: ປພຍ 2: ລຶບລ້າງຄວາມອຶດຫິວ, ປພຍ 6: ມີນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ; ປພຍ 7: ມີພະລັງງານທີ່ສະອາດ ແລະ ທຸກຄົນສາ ມາດເຂົ້າເຖິງ; ປພຍ 11: ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 12: ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ. ນອກນັ້ນ, P4G ຍັງເປັນເວທີໃນການຂົນຂວາຍ ແລະ ຊອກຫາແຫລ່ງທຶນເພື່ອສະໜອງໃຫ້ແກ່ ບັນດາປະເທດທີ່ກໍາລັງພັດທະນາໃນການ ຈັດຕັ້ງຜັນຂະຫຍາຍນະໂຍບາຍແຫ່ງຊາດຂອງຕົນ ກ່ຽວກັບການເຕີບໂຕສີຂຽວ ແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ກອງປະຊຸມສຸດຍອດ P4G ແມ່ນຈັດຂຶ້ນທຸກໆ 2 ປີ (biennial), ກອງປະຊຸມຄັ້ງທີ 1 ແມ່ນຈັດຂຶ້ນໃນປີ 2018 ທີ່ດານມາກ, ຄັ້ງທີ 2 ຈັດຂຶ້ນໃນປີ 2021 ໃນຮູບແບບທາງໄກໂດຍການເປັນເຈົ້າພາບຂອງສ. ເກົາຫລີ, ຄັ້ງທີ 3 ຈັດຂຶ້ນໃນປີ 2023 ທີ່ໂກລົມບີ ແລະ ຄັ້ງທີ 4 ນີ້ແມ່ນຈັດຂຶ້ນທີ່ ສສ ຫວຽດນາມ. ສປປ ລາວ ບໍ່ແມ່ນປະເທດສະມາຊິກຂອງ P4G ແຕ່ໄດ້ເຂົ້າຮ່ວມໃນນາມແຂກຂອງປະທານກອງປະຊຸມ ກໍຄື ປະເທດເຈົ້າພາບ ສສ ຫວຽດນາມ.