ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັງເຊີນ ອົງພຣະບາງ ພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່ລາວ.

Apr 17, 2025

ຕອນເຊົ້າ ວັນທີ່ 17 ເມສາ 2025 ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫລວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພຣະບາງພຸດທະຣາວັນ, ອົງພຣະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພຣະບາງ ເພື່ອໄປປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນກຸດສົງການປີໃໝ່ລາວ.
ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພຣະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພຣະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະຕ່າງປະເທດ ໄດ້ຫົດສົງ. ຈາກນັ້ນ ໄດ້ອັງເຊີນອົງພຣະບາງ ຂື້ນປະທັບໃນຫວໍ່ເທິງຣາດສະລົດ ແລະ ໄດ້ມີຂະບວນແຫ່ ເຄື່ອນຈາກຫໍພຣະບາງ ໃນຫໍພິພິທະພັນແຫ່ງຊາດຫລວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ, ເລີ້ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ, ບຸດສະບົກ ຫຼື ຣາດສະລົດພະບາງ, ຂະບວນສາມະເນນ-ພະສົງ, ຂະບວນການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ ເຊິ່ງນຳພາໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ.
ພໍຮອດວັດໃໝ່ສຸວັນນະພູມມາລາມແລ້ວ ໄດ້ອັງເຊີນອົງພຣະບາງປະທັບໃນຫໍສົງ, ຈາກນັ້ນ ພຣະເຖຣະ ໄດ້ນໍາພາຊາວພຸດທະສາຊະນິກະຊົນ ກ່າວຄຳຄາລະວະແດ່ອົງພຣະບາງ ແລ້ວຜູ້ເຂົ້າຮ່ວມໄດ້ຮັບຟັງທໍາມະເທດສະໜານຳນວນ 1 ກັນ ກ່ອນດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ, ການຫົດສົງອົງພຣະບາງ ຈະໄດ້ດຳເນີນເປັນເວລາ 3 ມື້ 3 ຄືນ ຈົນເຖີງວັນທີ່ 20 ເມສາ 2025 ຈື່ງຈະມີພິທີອາລາດຖະນາອັງເຊີນ ອົງພຣະບາງຂື້ນປະດິດສະຖານໄວ້ຫໍພະບາງຕາມເດີມ, ສໍາລັບຕອນຄໍ່າ ຈະມີການຄົບງັນຕາມປະເພນີ ພ້ອມທັງຊົມການສະແດງສິລະປະຈາກນັກສະແດງ ຂອງໂຮງລະຄອນພະລັກພະລາມຕື່ມອີກ.
ຂ່າວ-ພາບ : ອາພຸດເດດ
May be an image of 4 people, temple and text