ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະກັບ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ.

Apr 17, 2025

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025, ສະຫາຍ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ. ສະຫາຍ ນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນຄອບຄົວສີພັນດອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງໝົດຈິດໝົດໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໄວ້ອາໄລລະດັບຊາດເປັນເວລາ 2 ວັນ ແຕ່ວັນທີ 4-5 ເມສາ 2025 ທີ່ຜ່ານມາ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພິເສດ, ສະຫາຍຫວຽດນາມໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງສຸດ ນຳໂດຍ ສະຫາຍເລຂາທິການໃຫຍ່ ໂຕ ເລີມ ໄດ້ມາຮ່ວມໄວ້ອາໄລ ແລະ ຄະນະຜູ້ແທນຂັ້ນສູງ ນຳໂດຍ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເດີນທາງໄປເຂົ້າຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີ ຊາປະນະກິດສົບລະດັບຊາດ ທີ່ໄດ້ໃນວັນທີ 7 ເມສາ 2025 ທີ່ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງແຕ່ລະພັກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ ເພື່ອເປັນພື້ນຖານສຳຄັນ ແລະ ເປັນການປະກອບສ່ວນໃຫ້ແກ່ການກະກຽມການຈັດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກກອມມູນີດຫວຽດນາມ ທີ່ຈະມີຂຶ້ນໃນຕົ້ນປີ 2026 ທີ່ຈະມາເຖິງນີ້. ນອກຈາກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ບາງສະພາບທີ່ພົ້ນເດັ່ນພາຍໃນ ກໍ່ຄືເຫດການສຳຄັນຕ່າງໆ ທີ່ຈະມີຂຶ້ນໃນປີ 2025, ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງສອງປະເທດ ຄື: ການສະເຫຼີມສະຫຼອງວັນສ້າງພັກ ປປ ລາວ ຄົບຮອບ 70 ປີ, ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຫວຽດນາມ ຄົບຮອບ 80 ປີ, ວັນປົດປ່ອຍພາໃຕ້ ແລະ ເຕົ້າໂຮມເອກະພາບທົ່ວປະເທດ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ. ບັນດາກິດຈະກໍາສຳຄັນດັ່ງກ່າວ ຈະເປັນການໂຄສະນາ ແລະ ເຜີຍແຜ່ມູນເຊື້ອຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ.
ສອງຝ່າຍ ໄດ້ມີຄວາມເປັນເອກະພາບສູງ ແລະ ຕີລາຄາວ່າ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ມີໝາກຜົນສູງ ແລະ ສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ, ມີການພົບປະ, ແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ໂດຍເນັ້ນປະສິດ ທິພາບ ແລະ ຄຸນນະພາບຫຼາຍຂຶ້ນ. ພິເສດ, ສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລື ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດໝາກຜົນຂອງຂໍ້ຕົກຂອງສອງກົມການເມືອງຂອງສອງພັກ ກໍ່ຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນຕົ້ນເດືອນມັງກອນ 2025 ແລະ ເປັນເອກະພາບກັນໃນກອງປະຊຸມດັ່ງກ່າວ ໂດຍສະເພາະແມ່ນບັນດາໂຄງການທີ່ຮ່ວມມືມີລັກສະນະຍຸດທະສາດຕ່າງໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນ ບາງບັນຫາໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ, ປະທານປະເທດ ແລະ ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ພ້ອມທັງເດີນທາງໄປທັດສະນະຢູ່ແຂວງຫວິງຟຸກ ຕື່ມອີກດ້ວຍ.
ກົມ ອປອ, ກະຊວງການຕ່າງປະເທດ