ວັນທີ 9 ເມສາ 2025, ອາເມຣິກາ ໄດ້ສັ່ງຢຸດການກໍານົດເພີ່ມພາສີ ທີ່ອ້າງວ່າ: “ພາສີເທົ່າທຽມກັນ” ຫຼື reciprocal tariffs ເປັນເວລາ 90 ວັນ ສໍາລັບທຸກປະເທດ, ຍົກເວັ້ນຈີນ, ຫຼັງຈາກນັ້ນ 2 ວັນຕໍ່ມາອຸປະກອນອີເລັກໂຕຣນິກບາງຊະນິດຈາກຈີນ ເຊັ່ນ: ໂທລະສັບມືຖື ແລະ ວັດສະດຸເຄິ່ງຊັກ ນໍາ (Semiconductor) ໄດ້ຮັບການຍົກເວັ້ນພາສີ 125% ຈາກອາເມຣິກາທີ່ກໍານົດໄວ້ໃນເບື້ອງຕົ້ນ.
ຢ່າງໃດກໍຕາມ, ຫຼາຍຝ່າຍໄດ້ຕັ້ງຂໍ້ສັງເກດໃນເວລາຕໍ່ມາວ່າ: ການຍົກເວັ້ນພາສີດັ່ງກ່າວອາດເປັນແບບຊົ່ວຄາວໃນໄລຍະສັ້ນ ແລະ ອາເມຣິກາອາດມີແຜນຈະນຳເອົາພາສີນີ້ກັບຄືນມາໃຊ້ກັບສິນຄ້າເຫຼົ່ານີ້ຂອງຈີນພາຍໃນ 1-2 ເດືອນ. ຂະນະທີ່ກ່ອນໜ້ານີ້, ທ່ານ ໂດນັລ ທຣໍາ, ປະທານາທິບໍດີອາເມຣິກາ ເຄີຍກ່າວວ່າ: “ສົງຄາມການຄ້າເປັນສິ່ງດີ ແລະ ງ່າຍໃນການເອົາຊະນະ” ຫຼື “Trade wars are good, and easy to win”.
ຫຼັງຈາກອາເມຣິກາປະກາດຢຸດພາສີຊົ່ວຄາວ 90 ວັນ, ຕະຫຼາດຫຼັກຊັບຫຼາຍແຫ່ງ ໂດຍສະເພາະໃນອາເມຣິກາໄດ້ເພີ່ມຂຶ້ນໃນທິດທາງບວກ. ຢ່າງໃດກໍຕາມ, ເຖິງວ່າຕະຫຼາດຫຼັກຊັບມີການຟື້ນຟູ ແຕ່ນັກລົງທຶນໃນຂົງເຂດພັນທະບັດກໍເລີ່ມລະມັດລະວັງເພີ່ມຂຶ້ນຈົນນຳໄປສູ່ການຂາຍອອກ ເຊິ່ງສະແດງໃຫ້ເຫັນເຖິງຄວາມກັງວົນທີ່ເລິກເຊິ່ງກວ່າເກົ່າກ່ຽວກັບຄວາມໝັ້ນຄົງຂອງນະໂຍບາຍເງິນຝາກອາເມຣິກາ ແລະ ຄວາມໜ້າເຊື່ອຖືຂອງຄໍາໝັ້ນສັນຍາທີ່ອາເມຣິກາໃຫ້ໄວ້.
ນະໂຍບາຍດ້ານການຄ້າຂອງອາເມຣິກາ ກໍາລັງສູນເສຍຈັງຫວະ ຫຼື ບໍ?. ການປ່ຽນແປງກັບໄປກັບມາເຫລົ່ານີ້ ບໍ່ໄດ້ຖືກຍອມຮັບຈາກການຄ້າເສລີ ແລະ ເປັນການແຂ່ງຂັນທີ່ສົ່ງຜົນກະທົບຕໍ່ຕົົວເອງ. ຫົວໃຈສໍາຄັນຂອງບັນຫານີ້ຄືຕົວຢ່າງຂອງຄວາມບໍ່ສອດຄ່ອງທາງດ້ານການເຄື່ອນໄຫວ, ນັ້ນຄື: ນະໂຍ ບາຍທີ່ປະກາດໃນມື້ນີ້ດ້ວຍ “ຕົວເອງ” ແຕ່ໃນມື້ອື່ນບໍ່ມີການໃຫ້ກຽດຄົນອື່ນ.
ໃນພາສາທິດສະດີເກມ, ການຂົ່ມຂູ່ກ່ຽວກັບພາສີຂອງອາເມຣິກາ ແມ່ນຖືກຈັດຢູ່ໃນກຸ່ມ “ການເວົ້າບໍ່ມີລາຄາ” (cheap talk): ການປະກາດທີ່ກ້າຫານໂດຍມີຈຸດປະສົງເພື່ອໃຫ້ໄດ້ມາເຊິ່ງການຍອມ ຮັບເງື່ອນໄຂ, ແຕ່ຂາດກົນໄກຜູກມັດທີ່ໜ້າເຊື່ອຖືໄດ້. ເມື່ອຄູ່ການຄ້າມີຄວາມບໍ່ພໍໃຈ, ການກະທຳໃນອະນາຄົດມັກຂັດແຍ້ງກັບການຂົມຂູ່ທີ່ຜ່ານມາ ເຮັດໃຫ້ບໍ່ມີປະສິດທິຜົນ. ການປ່ຽນແປງດັ່ງກ່າວ ບໍ່ພຽງແຕ່ກໍ່ໃຫ້ເກີດຄວາມສັບສົນແກ່ຜູ້ສົ່ງອອກ ແລະ ທໍາລາຍຄວາມໜ້າເຊື່ອຖືຂອງອາເມຣິກາເຊິ່ງມີພື້ນຖານຄວາມໄວ້ວາງໃຈທີ່ສະໜັບສະໜູນສະຖານະເງິນໂດລາເປັນເງິນຕາສຳຮອງຂອງໂລກ.
ອາເມຣິກາ ໄດ້ຮັບຜົນປະໂຫຍດຈາກຄວາມເຊື່ອຖືທົ່ວໂລກຕໍ່ພັນທະບັດ (ແລະກໍາລັງທະຫານ) ມາເປັນເວລາດົນນານ, ເຮັດໃຫ້ສາມາດກູ້ຢືມເງິນດ້ວຍອັດຕາດອກເບ້ຍທີ່ເໝາະສົມ. ແຕ່ເມື່ອການເກັບພາສີ ແລະ ການໃຊ້ຈ່າຍຢ່າງຟູມເຟືອຍທາງການເງິນ ເຮັດໃຫ້ຄວາມເຊື່ອຖືນັ້ນຄ່ອຍໝົດໄປ. ສິດທິພິເສດດັ່ງກ່າວອາດກາຍເປັນພາລະໄດ້ຢ່າງວ່ອງໄວ, ຈະເຮັດໃຫ້ການປະກາດນະໂຍບາຍທຸກຄັ້ງໃນອະ ນາຄົດບໍ່ໜ້າເຊື່ອຖື ແລະ ການເຈລະຈາທຸກຄັ້ງເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ.
ທີ່ຮ້າຍແຮງກວ່ານັ້ນ, ໃນໄລຍະ 7 ເດືອນຕົ້ນປີ 2024, ການໃຊ້ຈ່າຍດ້ານດອກເບ້ຍສຸດທິຂອງອາເມຣິກາ ສູງເຖິງ 514 ຕື້ໂດລາ, ຫຼາຍກວ່າການໃຊ້ຈ່າຍທາງດ້ານການປ້ອງກັນປະເທດ (498 ຕື້ໂດລາ) ແລະ ໂຄງການປະກັນສຸຂະພາບ (465 ຕື້ໂດລາ). ພັນທະມິດ ແລະ ຄູ່ແຂ່ງທີ່ສໍາຄັນເລີ່ມຕັ້ງຄໍາຖາມວ່າ: ຖ້າອາເມຣິກາ ບໍ່ສາມາດຮັກສາຄຳໝັ້ນສັນຍາດ້ານການຄ້າທີ່ໃຫ້ໄວ້, ຈະເຊື່ອຖືໄດ້ແນວໃດກ່ຽວກັບຫຼັກປະກັນດ້ານຄວາມປອດໄພ, ຂໍ້ສັນຍາດ້ານສະພາບອາກາດ ຫຼື ໜີ້ສິນທີ່ເປັນພາລະ?
ຕະຫຼາດການເງິນ ໄດ້ປະກາດເຕືອນແລ້ວ, ໃນຂະນະທີ່ລາຄາຫຸ້ນອາດສູງຂຶ້ນຈາກການຢຸດພາສີຊົ່ວຄາວ, ແຕ່ອັດຕາຜົນຕອບແທນພັນທະບັດຂອງລັດຖະບານກໍເພີ່ມຂຶ້ນ ເຖິງວ່າເງິນໂດລາຈະອ່ອນຄ່າລົງ ເຊິ່ງເປັນການປີ້ນຄືນກັບທິດກົງກັນຂ້າມຂອງກົນໄກ “ການຫຼົບໜີໄປສູ່ຄວາມປອດໄພ” ຕາມທີ່ເຄີຍປະຕິບັດກັນມາ. ພາຍໃຕ້ສະພາບປົກກະຕິ, ນັກລົງທຶນໄດ້ແຫ່ກັນໄປທີ່ເງິນໂດລາ ແລະ ພັດທະບັດຂອງລັດຖະບານໃນໄລຍະທີ່ບໍ່ແນ່ນອນ. ປັດຈຸບັນ, ເຂົາເຈົ້າຂາຍທັງສອງເພື່ອຊອກຫາບ່ອນຫຼົບໄພໃນຊັບສິນ ເຊັ່ນ: ຄໍາ, ເງິນເຢນ ຫຼື ເງິນ franc ຂອງສະວິດ. “ການຂາຍອອກທັງສອງ” ຫຼື “double selloff” ທີ່ບໍ່ຄ່ອຍເກີດຂຶ້ນນີ້ຖືເປັນສັນຍານບົ່ງບອກເຖິງຄວາມເປັນຫ່ວງທີ່ແທ້ຈິງວ່າ ຄວາມບໍ່ແນ່ ນອນດ້ານນະໂຍບາຍຂອງອາເມຣິກາ ໄດ້ທໍາລາຍຄວາມຄິດເຫັນທີ່ວ່າຫນີ້ສິນຂອງອາເມຣິກາເປັນຊັບສິນທີ່ປອດໄພທີ່ສຸດໃນໂລກ.
ຂ້າມທະເລແອດແລນຕິກ ແລະ ປາຊີຟິກ, ພັນທະມິດດັ້ງເດີມກໍາລັງສູນເສຍຄວາມເຊື່ອໝັ້ນເຊັ່ນດຽວກັນ. ທ່ານ ມາກ ຄານີ, ນາຍົກລັດຖະມົນຕີການາດາ ໄດ້ເຕືອນວ່າ: “ ໄລຍະ80 ປີ ທີ່ອາເມຣິກາຍອມຮັບການເປັນຜູ້ນໍາທາງເສດຖະກິດໂລກ, ເມື່ອອາເມຣິກາໄດ້ສ້າງພັນທະມິດທີ່ມີຮາກຖານມາຈາກຄວາມໄວ້ວາງໃຈ ແລະ ຄວາມນັບຖືເຊິ່ງກັນ ແລະກັນ, ສົ່ງເສີມການແລກປ່ຽນສິນຄ້າ, ການບໍລິການຢ່າງອິດສະຫຼະ ແລະ ເປີດເຜີຍໄດ້ສິ້ນສຸດລົງ”.
ພັນທະມິດທີ່ໃກ້ຊິດກັນກໍຍັງປະຕິເສດການເຂົ້າຮ່ວມຫຼິ້ນເກມກ່ຽວກັບການເກັບພາສີຂອງອາເມຣິກາໃນຄັ້ງນີ້: ທ່ານ Katsunobu ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ໄດ້ກ່າວວ່າ: ຫນີ້ສິນທີ່ອາເມຣິກາມີຕໍ່ຍີ່ນປຸ່ນທີ່ຄາດວ່າຈະເປັນທຶນສໍາຮອງເງິນຕາຕ່າງປະເທດ ປະມານ 1,27 ຕື້ໂດລາສະຫະລັດ ໄດ້ຮັບການຈັດການຢ່າງເຄັ່ງຄັດ ເພື່ອຈຸດປະສົງຂອງນະໂຍບາຍການເງິນ, ຫາກບໍ່ແມ່ນເປັນເຄື່ອງມືຂອງນະໂຍບາຍການຕ່າງປະເທດ. ຂະນະທີ່ ເດືອນຜ່ານມາ, ທ່ານ Paschal Donohoe, ປະທານ ກຸ່ມເອີຣົບ ກ່າວວ່າ: ເງິນເອີໂຣ ມີ “ເສັ້ນທາງທີ່ຈະແຈ້ງ” ທີ່ຈະກາຍເປັນສະກຸນສໍາຮອງຂອງໂລກທີ່ໂດດເດັ່ນ.
ສໍາລັບພາຍໃນປະເທດ, ນະໂຍບາຍດ້ານພາສີຂອງອາເມຣິກາ ສະແດງໃຫ້ເຫັນກ່ຽວກັບສິ່ງທີ່ທ່ານ ໂດນັລ ທຣໍາ ເວົ້າແມ່ນຂັດແຍ້ງກັບຄວາມເປັນຈິງທາງເສດຖະກິດ. ຂະນະທີ່ການຢຸດພາສີຊົ່ວຄາວ 90 ວັນ ໄດ້ເຮັດໃຫ້ນັກລົງທຶນດ້ານການເງິນ ແລະ ບໍລິສັດເຕັກໂນໂລຊີຫຼາຍແຫ່ງສະບາຍໃຈຊົ່ວຄາວ, ແຕ່ກໍໄດ້ເຮັດໃຫ້ສູນກາງໃນດ້ານການກະສິກໍາ ແລະ ສູນກາງຜະລິດຕະພັນທີ່ຍັງຢູ່ໃນໄລຍະຄວາມຫຍຸ້ງ ຍາກຕົກຢູ່ໃນຄວາມບໍ່ແນ່ນອນຕື່ມອີກ. ຊາວອາເມຣິກາ ທີ່ມີລາຍໄດ້ຕ່ໍາ ແລະ ກາງ ຈະຮູ້ສຶກເຖິງພາລະໜັກໜ່ວງຫຼາຍທີ່ສຸດ. ບາງຄົນວິຈານວ່າ: ນີ້ຄືການປະຫານຊີວິດຢ່າງກະທັນຫັນ. ຂະນະທີ່ສະຖາບັນເປີເຕີສັນ ໄດ້ພົບເຫັນວ່າ: ສໍາລັບຄອບຄົວທີ່ມີລາຍໄດ້ຕ່ໍາ, ການເກັບພາສີແມ່ນກວມເອົາ 2,7% ຂອງລາຍໄດ້ຂອງເຂົາເຈົ້າ.
ຈາກນັ້ນກໍມີຄໍາຖາມເກີດຂຶ້ນວ່າ: ຄ່າໃຊ້ຈ່າຍທີ່ແທ້ຈິງຂອງໂຮງລະຄອນແຫ່ງພາສີ ແມ່ນຫຍັງ? ມັນບໍ່ແມ່ນພຽງແຕ່ມີລາຄາສູງຂຶ້ນຢູ່ຈຸດຈ່າຍເງິນ ຫຼື ຜູ້ຜະລິດຈົ່ມວ່າ ເທົ່ານັ້ນ, ຫາກຍັງເປັນການກັດເຊາະຄວາມໜ້າເຊື່ອຖືທາງດ້ານຍຸດທະສາດຂອງອາເມຣິກາ ເພາະອາເມຣິກາບໍ່ພຽງແຕ່ຜູ້ເປັນສົ່ງອອກລົດຍົນ ຫລື ຖົ່ວເຫຼືອງ ເທົ່ານັ້ນ, ຫາກຍັງສົ່ງອອກເງິນຕາຂອງຕົນ. ທ່ານ ໂດນັລ ທຣໍາ ກ່າວວ່າ: ການຂາດດຸນການຄ້າ 1,2 ຕື້ໂດລາໃນປີທີ່ຜ່ານມາ-ເປັນບັນທຶກ-ເປັນສິ່ງຊົ່ວຮ້າຍຂອງຊິ້ນສ່ວນໜຶ່ງ ແລະ ເປັນບາດ ແຜທີ່ເຮັດໃຫ້ຕົນເອງເສຍຜົນປະໂຫຍດ, ມີພຽງແຕ່ການລົງໂທດເທົ່ານັ້ນທີ່ສາມາດປິ່ນປົວໄດ້.
ໃນທີ່ສຸດ, ຄວາມເສຍຫາຍທີ່ແທ້ຈິງຈະບໍ່ພຽງແຕ່ເປັນລາຄາຂອງໂທລະພາບທີ່ນໍາເຂົ້າ ເທົ່ານັ້ນ, ຫາກຍັງລວມເຖິງການໃຊ້ຫນີ້ສິນຂອງອາເມຣິກາ ແລະ ຄວາມຫມັ້ນໃຈຂອງຜູ້ທີ່ໃຫ້ທຶນ. ການຢຸດພາສີຊົ່ວຄາວ 90 ວັນ ອາດເປັນຫົວຂໍ້ທີ່ຫນ້າຕື່ນເຕັ້ນ ແລະ ການຊ່ວຍເຫລືອ, ແຕ່ຖ້າປາດສະຈາກຍຸດ ທະວິທີທີ່ສອດຄ່ອງກັບການຟື້ນຟູລະບຽບດ້ານການເງິນ ແລະ ຄວາມສອດຄ່ອງຂອງນະໂຍບາຍ, ອໍານາດຂອງເງິນໂດລາ ແລະ ແບບແຜນທີ່ອາເມຣິກາໃຫ້ການສະໜັບສະໜູນນັ້ນຈະກາຍເປັນຜູ້ເສຍຫາຍທີ່ໃຫຍ່ຫຼວງທີ່ສຸດ, ຜູ້ແຕ່ງເພງທີ່ມີແຕ່ປັບປຸງຮູບແບບດົນຕີໃໝ່ເລື້ອຍໆ ຈະເຫັນໄດ້ວ່າທໍານອງເພງທີ່ຫລິ້ນອອກໄປແມ່ນແຕກຕ່າງຈາກໂຕເກົ່າ.


