ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

Apr 21, 2025

ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ.
ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແຕ່ວັນທີ 24 – 25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ຊີລະປະຫວັດຫຍໍ້
– ນາມສະກຸນ ແລະ ຊື່: ເລືອງ ເກື່ອງ.
– ວັນເດືອນປີເກີດ: 15/8/1957
– ບ້ານເກີດ: ບ້ານຢືວເລົາ, ນະຄອນຫວຽດຈີ໋, ແຂວງຟູເຖາະ.
– ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະ ການປົກຄອງລັດ
– ລະດັບທິດສະດີການເມືອງ: ຊັ້ນສູງ
– ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້
– 02/1975: ເຂົ້າຮ່ວມກອງທັບ.
– 05/2003-03/2006: ຮອງຫົວໜ້າບັນຊາການ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ (02/2006).
– 04/2006-12/2007: ບັນຊາການດ້ານການເມືອງ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ.
– 01/2008-05/2011: ບັນຊາການດ້ານການເມືອງ, ເລຂາຄະນະພັກທະຫານເຂດ 3, ກຳມະການສູນ ກາງພັກສະ ໄໝທີ XI (01/2011), ພົນຕີ (8/2009).
– 06/2011-12/2015: ກຳມະການສູນກາງພັກສະໄໝທີ XI, ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບປະຊາຊົນ ຫວຽດນາມ, ພົນໂທ (12/2014).
– 01/2016-4/2016: ເລຂາທິການສູນກາງພັກສະໄໝທີ XII, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນ ຫວຽດນາມ, ພົນໂທ.
– 5/2016-12/2020: ເລຂາທິການສູນກາງພັກສະໄໝທີ XII, ກຳມະການຄະນະປະຈຳຄະນະພັກ ທະ ຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກ ທະຫານສູນກາງ, ພົນເອກ (01/2019).
– 01/2021-4/2024: ກຳມະການກົມການເມືອງສະໄໝທີ XIII, ກຳມະການຄະນະປະຈຳຄະນະພັກ ທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກທະຫານສູນກາງ, ພົນເອກ.
– 5/2024-10/2024: ກຳມະການກົມການເມືອງສະໄໝທີ XIII; ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສະ​ໄໝ​ທີ XIII, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່​ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງຫລວງ, ຫຍໍ້​ທໍ້.
– 21/10/2024: ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​.
ເປັນກຳມະການສູນກາງພັກສະໄໝທີ XI, XII, XIII; ເລຂາທິການສູນກາງພັກສະໄໝທີ XII; ກຳມະການ ກົມການເມືອງສະໄໝທີ XIII.