ຫົດສົງພຣະພຸດທະຮູບຢູ່ຖໍ້າປູ່ລ້ານ.

ປະຕິບັດຕາມຮີດຄອງປະເພນີຂອງຊາວເມືອງແກ່ນທ້າວ ແຂວງໄຊຍະບູລີ ທີ່ເຄີຍປະຕິບັດກັນມາແຕ່ດົນນານ. ໃນວັນທີ 21 ເມສາ 2025 ນີ້, ທ່ານ ຄໍາປຸ່ນ ນວນສະບັບ ວ່າເຈົ້າເມືອງແກ່ນທ້າວ, ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ອົງການປົກຄອງບ້ານຈອມເພັດ, ບ້ານເມືອງເກົ່າ, ເຖົ້າແກ່ແນວໂຮມ ແລະ ປະຊາຊົນທັງສອງບ້ານ ໄດ້ໄປພູປູ່ລ້ານ ເພື່ອຫົດສົງພຣະພຸດທະຮູບຢູ່ຖໍ້າປູ່ລ້ານ ຕາມຮີດຄອງປະເພນີ.
ພູປູ່ລ້ານ ເປັນພູຫີນປອກໂລ້ນ ຕັ້ງຢູ່ທິດຕາເວັນຕົກຂອງເທດສະບານເມືອງ ຫ່າງຈາກຕົວເມືອງປະມານ 10 ກິໂລແມັດ ເຊິ່ງຕາມຕໍານານກ່າວຂານສືບຕໍ່ກັນມາ ວ່າ: ພາຍຫຼັງປູ່ລ້ານ ແລະ ຍ່າຫງອກເສຍຊີວິດລົງ. ພະຍາທ້າວແກ່ນ ຜູ້ເປັນລູກເຂີຍ ໄດ້ຮັບການແຕ່ງຕັ້ງໃຫ້ຂຶ້ນຄອງເມືອງສືບຕໍ່ມາ ແລະ ໄດ້ນໍາພາປະຊາຊົນ ແຫ່ເອົາສົບປູ່ລ້ານ ໄປໄວ້ທີ່ສູງຕາມຄໍາສັ່ງເສຍ ຂອງເພິ່ນ ດ້ວຍເຫດນີ້ ສົບຂອງປູ່ລ້ານຈຶ່ງເອົາໄປເຮັດພິທີຢູ່ເທິງພູຫີນແຫ່ງໜຶ່ງ ຕໍ່ມາຈຶ່ງເອີ້ນວ່າ ພູປູ່ລ້ານ ແລະ ສົບຂອງຍ່າຫງອກ ແມ່ນເອົາໄປໄວ້ອີກພູໜ່ວຍໜຶ່ງ ຈຶ່ງເອີ້ນວ່າ ພູຍ່າຫງອກ. ພໍເຖິງປີໃໝລາວຂອງທຸກປີ ປະຊາຊົນເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍສະເພາະແມ່ນປະຊາຊົນບ້ານເທດສະບານເມືອງ ຈະໄດ້ໄປຫົດສົງພຣະພຸດທະຮູບຢູ່ຖໍ້າປູ່ລ້ານ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ.
ຂ່າວ: ແກ່ນທ້າວ.






