ເມືອງຫົງສາ ແຂວງໄຊຍະບູລີ ເຊື່ອມຊຶມ ມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນວັນທີ 21 ເມສາ 2025 ໂດຍການເຜີຍແຜ່ຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະມາຊິກສະພາປະຊາຊົນແຂວງ ຜູ້ຊີ້ນຳເມືອງຫົງສາ, ມີສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆຫົງສາ ພ້ອມດ້ວຍ ສຳນັກງານ-ອົງການ, ກຳລັງປະກອບອາວຸດ, ພະນັກງານອາວຸໂສບຳນານ, ຫົວໜ້າລັດວິສາຫະກິດ, ສະມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ບ້ານເທສະບານເມືອງເຂົ້າຮ່ວມ.
ມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເຊິ່ງມະຕິດັ່ງກ່າວ ເປັນການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອຳນາດລັດໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ແກ້ໄຂສະພາບຊ້ຳຊ້ອນດ້ານພາລະບົດບາດ, ກຳນົດສາຍໄຍການຈັດຕັ້ງທີ່ຈະແຈ້ງ ແລະ ຮັດກຸມ ເຮັດໃຫ້ຂະໜາດກົງຈັກບໍ່ໃຫຍ່ໂຕ, ຫັນເປັນທັນສະໄໝ ເພື່ອຍົກສູງປະສິດທິຜົນວຽກງານ ເຮັດໃຫ້ຖັນແຖວລັດຖະກອນ ມີຈຳນວນໜ້ອຍລົງ ແຕ່ຄຸນນະພາບວຽກເພີ່ມຂຶ້ນ, ປະຢັດໄດ້ການໃຊ້ຈ່າຍງົບປະມານ ແລະ ດຸນດ່ຽງງົບປະມານເຂົ້າສູ່ການພັດທະນາ, ລຶບລ້າງຄວາມທຸກຍາກໃຫ້ຫລາຍຂຶ້ນ ແລະ ອື່ນໆ ທັງຮັບປະກັນໃຫ້ກົງຈັກການຈັດຕັ້ງກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບສະພາບການພັດທະນາ ເສດຖະກິດ-ສົງຄົມ ໃນເງື່ອນໄຂໃໝ່, ເພີ່ມຄວາມເຂັ້ມແຂງຂອງວຽກງານ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນໃຫ້ສູງຂຶ້ນ ຕາມທິດຫັນປ່ຽນໄປສູ່ປະສິດທິພາບ ແລະ ສະມັດຕະພາບ ຂອງການບໍລິຫານ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຫລຸດຜ່ອນຂອດ-ຂັ້ນ, ເອົາວຽກທີ່ຄ້າຍຄືກັນໂຮມເຂົ້າກັນ, ບໍ່ໃຫ້ຊ້ຳຊ້ອນ-ກ້າວກ່າຍກັນ ເຮັດໃຫ້ການນຳພາ-ຊີ້ນຳ, ການບໍລິຫານ-ຄຸ້ມຄອງ ມີປະສິດທິພາບສູງ ແລະ ວ່ອງໄວກວ່າເກົ່າ, ນຳໃຊ້ງົບປະມານໃຫ້ມີປະສິດທິຜົນກວ່າເກົ່າ, ສ້າງເງື່ອນໄຂຄວາມສາມາດ ໃນການຍົກລະດັບເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ຂອງພະນັກງານ-ລັດຖະກອນ ໃຫ້ສົມເຫດສົມຜົນ ແລະ ກ້າວສູ່ຄວາມສາມາດ ປະຕິຮູບລະບອບເງິນເດືອນຢູ່ປະເທດໃນຕໍ່ໜ້າ ໃຫ້ເປັນຮູບປະທຳ.






