ໃນທ້າຍອາທິດຜ່ານມາ, ທີ່ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີມອບໃບຍ້ອງຍໍສັນລະເສີນ ໃຫ້ເຈົ້າໜ້າທີ່ຝ່າຍຈີນ ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ ຢູ່ສູນປະສານງານບ້ານມອມ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳໄພ ທິບບົວວັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານ ແຂວງບໍ່ແກ້ວ ແລະ ສະຫາຍ ພັນເອກ ລຽວເຈຍຈຽນ ຫົວໜ້າສູນປະສານງານ ບ້ານມອມ ພ້ອມດ້ວຍເຈົ້າໜ້າທີ່ ຝ່າຍຈີນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ພົງປະສິດ ຮອງຫົວໜ້າພະແນກນະໂຍບາຍ ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ສະບັບເລກທີ 1196/ກທຂ-ບກ ວ່າດ້ວຍ ການຍ້ອງຍໍສັນລະເສີນ ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ຢູ່ສູນປະສານງານບ້ານມອມ ຈໍານວນ 25 ສະຫາຍ ເປັນກຽດມອບໃບຍ້ອງຍໍຄັ້ງນີ້ ໂດຍສະຫາຍ ພັນໂທ ຄຳໄພ ທິບບົວວັນ.
ໂອກາດນີ້ ສະຫາຍ ພັນໂທ ຄຳໄພ ທິບບົວວັນ ໄດ້ສະແດງຄວາມຂອບໃຈ ມາຍັງຫົວໜ້າສູນປະສານງານ ແລະ ພະນັກງານ-ນັກຮົບ ທີ່ປະຈຳສູນປະສານງານ ລາວ-ຈີນ ທີ່ມີການຮ່ວມມືຊ່ວຍເຫລືອ ໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ການຄ້າມະນຸດ ໂດຍສະເພາະ ການຮ່ວມມືລາດຕະເວນທາງນໍ້າ ຕາມລໍາແມ່ນໍ້າຂອງຕອນເໜືອ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານ. ພ້ອມນີ້, ຍັງຈະສືບຕໍ່ເສີມຂະຫຍາຍຄວາມສາມັກຄີ ລະຫວ່າງ ກອງບັນຊາການຕໍາຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ ກັບ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ນີ່ ທຳມະວົງ, ພາບ: ວໍລະສິດ ພິດສະຫາຍ





