ໃນວັນທີ 21 ເມສາ 2025 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກູ່ລາ ເຊກາຣັນ (The Hon.M.Kula Segaran) ຮອງລັດຖະມົນຕີກົດໝາຍ ມາເລເຊຍ ພ້ອອມດ້ວຍຄະນະ ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ແລະ ເພື່ອເຂົ້າຮ່ວມກອງປະຊຸມກົດ ໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບຖະແຫຼງ ການ ຮ່ວມຂອງບັນດາລັດຖະມົນຕີກົດໝາຍວ່າດ້ວຍການພັດທະນາ ການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາກົນ.
ໃນໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະ ຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕໍ່ປະເທດມາເລເຊຍ ໃນການດໍາລົງຕຳແໜ່ງປະທານອາຊຽນ ໃນປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນ ຍົງ” (Inclusivity and Sustainability) ທີ່ສະແດງໃຫ້ເຫັນເຖິງ ຫຼັກໝັ້ນຮ່ວມກັນຂອງອາຊຽນຕໍ່ພາກພື້ນ ແລະ ເພີ່ມທະວີການຮ່ວມມືດ້ານກົດໝາຍ ພ້ອມທັງຊຸກຍູ້ວຽກງານຍຸຕິທຳໃຫ້ມີຄວາມຍືນຍົງພາຍໃນກອບການຮ່ວມມືອາຊຽນ); ຈາກນັ້ນ ທ່ານກໍໄດ້ແນະນຳ ແລະ ສະເໜີກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ວຽກບູລິມະສິດຂອງ ກະຊວງຍຸຕິ ທຳ ສປປ ລາວ ໂດຍສະເພາະ ວຽກງານສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.
ຈາກນັ້ນ, ທ່ານ ກູ່ລາ ເຊກາຣັນ (The Hon.M.Kula Segaran) ຮອງລັດຖະມົນຕີກົດໝາຍ ມາເລເຊຍ ກໍໄດ້ໃຫ້ການເຊື້ອເຊີນ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກົດໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບຖະແຫຼງການຮ່ວມຂອງບັນດາລັດຖະມົນຕີກົດໝາຍ ວ່າດ້ວຍການພັດທະນາການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາ ກົນ.
ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນ ແລະ ຢ້ຽມຢາມ ລະຫວ່າງສອງປະເທດໃນຂົງເຂດວຽກງານຍຸຕິທຳ ແລະ ກົດໝາຍ; ແລກປ່ຽນປະສົບການຂອງມາເລເຊຍໃນການເຊື່ອມໂຍງທາງດ້ານກົດໝາຍຂອງອາຊຽນ ແລະ ວຽກງານທີ່ເປັນໄປໄດ້ທີ່ ສປປ ລາວ ສາມາດຮຽນຮູ້ຈາກການປະຕິບັດທີ່ດີທີ່ສຸດຂອງມາເລເຊຍ; ແລກປ່ຽນຂໍ້ລິເລີ່ມຂອງ ສປປ ລາວ ໃນການຮ່ວມມືດ້ານກົດໝາຍອາຊຽນ ຊຶ່ງເປັນໂອກາດອັນດີໃຫ້ ກະຊວງຍຸຕິທຳ ສປປ ລາວ ໄດ້ເສີມ ຂະຫຍາຍການຮ່ວມມືໃນວຽກງານຂະແໜງຍຸຕິທໍາ ເນື່ອງຈາກມາເລເຊຍ ເປັນປະເທດທີ່ມີການພັດທະນາລະບົບກົດໝາຍໃນແຕ່ລະໄລຍະ ໂດຍມີຄວາມຊ່ຽວຊານດ້ານກົດໝາຍການຄ້າ, ການ ແກ້ໄຂຂໍ້ຂັດແຍ່ງໂດຍຄະນະກຳມະການ, ມີການນໍາໃຊ້ລະບົບເຕັກໂນໂລຊີເຂົ້າໃນຂະບວນການຍຸຕິທໍາ ເຊິ່ງຈະນຳຜົນປະໂຫຍດອັນດີໃຫ້ແກ່ ສປປ ລາວຫຼາຍດ້ານໃນຕໍ່ໜ້າ.
ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ







