ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ເມືອງຫຼວງນໍ້າທາ ເຄື່ອນໄຫວມ້າງຄະດີຢາເສບຕິດໄດ້ 8 ລາຍ ກັກຜູ້ຖືກຫາໄດ້ 11 ຄົນ

Apr 23, 2025

ໃນເດືອນ ມີນາ 2025 ຜ່ານມານີ້, ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີເຄື່ອນໄຫວມົ້ວສຸມ ແລະ ຊື້-ຂາຍ ຢາເສບຕິດ ຢູ່ເຂດ ບ້ານນ້ຳຈ້າງ, ບ້ານປຸ່ງ, ບ້ານນໍ້າແດງກາງ, ບ້ານດອນຄຸນ, ບ້ານຫາດຍາວ, ບ້ານນໍ້າແດງເໜືອ, ບ້ານຕາຫ່ວານ ແລະ ບ້ານຫ້ວຍດໍາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ. ດັ່ງນັ້ນ, ທາງໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດຕາມ ກວດກາຕົວຈິງ ແລະ ສາມາດກັກຜູ້ຖືກຫາໄດ້ທັງໝົດ 11 ຄົນ.
ໃນນີ້, ມີ ທ້າວ ມອນແກ້ວ ອາຍຸ 30 ປີ ຢູ່ ບ້ານໜອງບົວ ເມືອງສິງ ແຂວງຫຼວງນໍ້າທາ ພ້ອມຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 13 ເມັດ; ທ້າວ ຕົງລີ ອາຍຸ 42 ປີ ຢູ່ ບ້ານນໍ້າຈ້າງ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 09 ເມັດ; ທ້າວ ອາເລົ່າ ອາຍຸ 55 ປີ ຢູ່ ນໍ້າຈ້າງ ພ້ອມຂອງກາງຢາບ້າ ຈໍານວນ 37 ເມັດ; ທ້າວ ສີນ ອາຍຸ 57 ປີ ຢູ່ ບ້ານປຸ່ງ ພ້ອມຂອງກາງຢາບ້າ ຈໍານວນ 20 ເມັດ; ທ້າວ ກົງຮັງ ອາຍຸ 30 ປີ ຢູ່ ບ້ານຫາດຍາວ ພ້ອມຂອງກາງຢາບ້າ ຈໍານວນ 122 ເມັດ; ນາງ ເບົາ ອາຍຸ 50 ປີ ຢູ່ ບ້ານນໍ້າແດງເໜືອ ພ້ອມຂອງກາງຢາບ້າ ຈໍານວນ 324 ເມັດ; ທ້າວ ຕົວເຮີ ອາຍຸ 21 ປີ ຢູ່ ບ້ານຕາຫວ່ານ ພ້ອມຂອງກາງຢາບ້າ ຈໍານວນ 477 ເມັດ; ທ້າວ ເພັງ ອາຍຸ 62 ປີ ຢູ່ ບ້ານປ່າສັກ ພ້ອມຂອງກາງຢາບ້າ ຈໍານວນ 35 ເມັດ ແລະ ຜູ້ກ່ຽວກໍໄດ້ຊັກທອດຫາຜູ້ທີ່ພົວພັນຂາຍຢາບ້າໃຫ້ຜູ້ກ່ຽວ ຈຳນວນ 03 ຄົນ ຊື້ ທ້າວ ຈ໋າຍຄໍາເສົາ ອາຍຸ 51 ປີ, ທ້າວ ຕຸ້ຍ ອາຍຸ 54 ປີ ຢູ່ບ້ານດອນຄຸນ ແລະ ທ້າວ ສັນ ອາຍຸ 45 ປີ ຢູ່ບ້ານຫ້ວຍຫົກ, ສຳລັບຜູ້ຖືກຫາທັງ 10 ຄົນ ແມ່ນຢູ່ ເມືອງຫຼວງນ້ຳທາ ແລະ ແຂວງຫຼວງນໍ້າທາ.
ຜ່ານການສອບສວນ ພວກກ່ຽວທັງ 11 ໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນ ແມ່ນຂອງພວກກ່ຽວແທ້ ເຊິ່ງພວກກ່ຽວໄດ້ພົວພັນ ຊື້-ຂາຍ ນໍາຜູ້ຮ່ວມຂະບວນການດຽວກັນ ຈຸດປະສົງແມ່ນຊື້ມາເພື່ອໄວ້ເສບ ແລະ ຂາຍຍ່ອຍ. ປັດຈຸບັນຜູ້ຖືກຫາທັງ 11 ຄົນ ພ້ອມທັງຂອງກາງຢາບ້າ ຈຳນວນ 1.037 ເມັດ ແມ່ນໄດ້ຖືກກັກໄວ້ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເພື່ອສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງ ພັກພວກຮ່ວມຂະບວນການດຽວກັນ ມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ ປກສ ແຂວງຫຼວງນ້ຳທາ