ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດສຳພາດຂອງທ່ານທູດຫວຽດນາມໃນໂອກາດປະທານປະເທດຫວຽດນາມຈະເດີນທາງມາຢ້ຽມຢາມລາວທາງລັດຖະກິດ.

Apr 23, 2025

ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ສະຫາຍ ເລືອງເກືອງ ຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 24-25 ເມສາ 2025. ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ຄັ້ງທຳອິດຂອງ ປະທານປະເທດຫວຽດນາມ, ຊຶ່ງດຳເນີນໄປໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີບັນດາການຜັນແປຢ່າງສັບສົນ ແລະ ບໍ່ເຄີຍມີມາກ່ອນ; ສອງປະເທດພວມຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນາເສດຖະກິດ – ສັງຄົມຂອງແຕ່ລະປະເທດຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາຜົນງານທີ່ສຳຄັນ ແລະ ພາກພູມໃຈ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ພວມພັດທະນາຢ່າງດີງາມ, ຂໍ້ຕົກລົງຂອງບັນດາການນຳຂັ້ນສູງຂອງ 2 ພັກ, ສັນຍາຮ່ວມມືລະຫວ່າງລັດຖະບານ 2 ປະເທດ ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນສຳຄັນໃນຫຼາຍຂົງເຂດ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີແບບພິເສດຫວຽດນາມ – ລາວ ໃຫ້ເລິກເຊິ່ງກ່ວາເກົ່າ; ພ້ອມທັງເປັນໂອກາດໃຫ້ສອງຝ່າຍປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການໂລກ ແລະ ພາກພື້ນທີ່ສອງຝ່າຍສົນໃຈ; ຮ່ວມກັນຕີລາຄາຄືນສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສາມັກຄີແບບພິເສດຫວຽດນາມ – ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງໃນຫຼາຍຂົງເຂດ.
ສິ່ງພິເສດຄືດັ່ງທີ່ທ່ານຮູ້ວ່າ, ເມື່ອຮອດລະດູບານໃໝ່, ບຸນປີໃໝ່ປະຈໍາຊາດຫວຽດນາມ, ກໍ່ຄືບຸນປີໃໝ່ລາວໃນທຸກປີ, ສອງປະເທດຫວຽດນາມ ແລະ ລາວ ໄດ້ສົ່ງຄໍາອວຍພອນ ແລະ ຄວາມຢື້ຢາມຖາມຂ່າວຊຶ່ງກັນ ແລະ ກັນ, ຖືວ່າປີໃໝ່ຂອງເພື່ອນມິດຄືກັບຂອງຕົນເອງ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ເລືອງເກືອງ ໃນຄັ້ງນີ້ ມີຂື້ນໃນທ່າມກາງບັນຍາກາດເບີກບານມ່ວນຊື່ນຂອງບຸນປີໃໝ່ລາວ, (ພສ 2568), ຖືເປັນການເຄື່ອນໄຫວສຳຄັນຢູ່ຕ່າງປະເທດ, ອັນສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມຂອງສອງປະເທດຫວຽດນາມ – ລາວ ຈາກລຸ້ນສູ່ລຸ້ນ “ ຄວາມມ່ວນຊື່ນ, ຄວາມໂສກເສົ້າ, ຄວາມສຸກ, ຄວາມທຸກ ” ໃນທຸກສະພາບການ ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງ ສະຫາຍ ເລືອງເກືອງ ປະທານປະເທດຫວຽດນາມ ສຸດທີ່ມີຄວາມໝາຍສຳຄັນ, ທັງສືບຕໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖື ສປປ ລາວ ແລະ ການພົວພັນມິດຕະພາບ ຫວຽດນາມ – ລາວ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນການປະຕິບັດນະໂຍບາຍການຕ່າງປະເທດ, ຢືນຢັນເຖິງການໜູນຊ່ວຍຢ່າງແຂງແຮງຂອງຫວຽດນາມ ໃນຂະບວນການປ່ຽນແປງໃໝ່ຢູ່ລາວ; ແລະ ເປັນການເຄື່ອນໄຫວຕົວຈິງ ເພື່ອເພີ່ມທະວີຄວາມຮັດແໜ້ນ ແລະ ຄວາມສາມັກຄີແບບພິເສດລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ. ການນຳຂອງສອງປະເທດ ຈະໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ສະຫາຍປະທານປະເທດຫວຽດນາມ ເລືອງເກືອງ ໃນໄລຍະບຸນປີໃໝ່ລາວ ຈະສ້າງບາດກ້າວ ພັດທະນາໃໝ່ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ນຳເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນໃນອະນາຄົດ.
May be an image of 1 person and text