ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ ເມືອງແກ່ນທ້າວ.

Apr 23, 2025

ໃນວັນທີ 22 ເມສາ 2025 ນີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ຜູ້ປະຈໍາການ), ທ່ານ ຄໍາສີ ແພງສະຫວັນ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງ ໄຊຍະບູລີ, ຄະນະທີ່ປຶກສາ, ຫົວໜ້າກົມ, ຮອງກົມ ສູນກາງແນວລາວສ້າງຊາດ, ຄະນະຮັບຜິດຊອບກອງທຶນຂັ້ນແຂວງ, ໄດ້ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີປະທານ, ຮອງປະທານແນວລາວສ້າງຊາດເມືອງ, ອົງການປົກຄອງບ້ານນາບອນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ທະວິນ ພິມແກ້ວ ນາຍບ້ານໆນາບອນ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານນນາບອນ ແມ່ນບ້ານໜຶ່ງ ໃນ 47 ບ້ານຂອງເມືອງແກ່ນທ້າວ ຕັ້ງຢູ່ເທດສະບານເມືອງ, ທົ່ວບ້ານມີເນື້ອທີ່ທັງໝົດ 4,000 ກວ່າເຮັກຕາ, ມີ 26 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 300 ກວ່າຄອບຄົວ.
ມີຄະນະກອງທຶນ 5 ທ່ານໄດ້ຮັບທຶນອະນຸມັດທັງໝົດ 5,000,000,000 ກີບ ຈາກກຸ່ມບໍລິສັດພົງສະຫວັນ, ປ່ອຍກູ້ 2,000,000,000 ກວ່າກີບ. ປັດຈຸບັນ ມີສະມາຊິກ 28 ຄອບຄົວ.
ຕອນທ້າຍ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ, ສືບຕໍ່ປົກປັກຮັກສາບ້ານເມືອງໃຫ້ມີຄວາມສະຫງົບ, ຮັກສາມູນເຊື້ອຄວາມສາມັກຄີປອງດອງເປັນປຶກແຜ່ນ ຊຸກຍູ້ສົ່ງເສີມລູກຫຼານໃຫ້ໄດ້ເຂົ້າໂຮງຮຽນຕາມເກນອາຍຸ, ສຶກສາອົບຮົມລູກຫຼານໃຫ້ຫ່າງໄກຈາກສິ່ງເສບຕິດ ແລະ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ, ການຈັດຕັ້ງປະຕິບັດກອງທຶນໃຫ້ໂປ່ງໃສ ຖືເອົາກອງທຶນເປັນການປະກອບສ່ວນເຂົ້າໃນການພັດທະນາບ້ານ.
ໃນການລົງເຄື່ອນໄຫວວຽກງານ ຄັ້ງນີ້, ຮອງປະທານສູນກາງແນວລາວສ້າງຊາດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ປະຊາຊົນບ້ານນາບອນ ຕື່ມອີກ.
ຂ່າວ: ແກ່ນທ້າວ.