ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

Apr 24, 2025

ໃນລະຫວ່າງວັນທີ 22 – 23 ເມສາ 2025 ນີ້, ທ່ານ ນາງ ແຄັດເທີຣິນ ເວສທ໌, ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ການເດີນທາງມາ ສປປ ລາວ ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ໃນຄັ້ງນີ້ ເປັນຂີດ ໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່. ໃນໂອກາດດັ່ງກ່າວ ຄະນະຜູ້ແທນອັງກິດ ໄດ້ເຂົ້າພົບປະ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທັງສອງຝ່າຍ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ວິທີທາງຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີໃນປັດຈຸບັນ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຄຽງຄູ່ກັນນັ້ນ ກໍ່ໄດ້ມີການແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ໃນໂອກາດດຽວກັນນີ້, ຄະນະຜູ້ແທນອັງກິດ ໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ ພາຍໃນຕົວເມືອງນະຄອນຫຼວງວຽງຈັນ. ຄະນະຜູ້ແທນດັ່ງກ່າວ ຍັງໄດ້ມີໂອກາດໄປຢ້ຽມຢາມ ແລະ ພົບປະບັນດາອົງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອັງກິດ ເຊັ່ນ: ຄະນະກໍາມະການແມ່ນໍ້າຂອງ (MRC), ສູນເກັບກູ້ລະເບີດບໍ່ທັນແຕກ (UXO), ອົງການ MAG ແລະ ອົງການ HALO TRUST.
ໃນປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ ພ້ອມທັງມີແຜນການຈັດງານສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການພົວພັນຮ່ວມມື ລະຫວ່າງ ສອງປະເທດແມ່ນມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນ ໂດຍສະເພາະພາຍຫຼັງທີ່ຝ່າຍອັງກິດໄດ້ເປີດສະຖານທູດຂອງຕົນ ຢູ່ ນະຄອນຫຼວງວຽງຈັນ ຄືນໃໝ່ ໃນປີ 2012 ແລະ ຝ່າຍລາວ ກໍໄດ້ເປີດສະຖານທູດຄືນໃໝ່ ຢູ່ ລອນດອນ ໃນປີ 2014, ສປປ ລາວ ແລະ ອັງກິດ ໄດ້ມີການຮ່ວມມືທີ່ດີນໍາກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດ. ຄຽງຄູ່ກັນນັ້ນ, ກໍ່ຍັງໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມສຳລັບຂະແໜງການຕ່າງໆ, ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ. ນອກນັ້ນ, ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະຫວ່າງ ກະຊວງ ຂະແໜງການ ຂອງ ສອງປະເທດ ຢ່າງເປັນປົກກະຕິ.