ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມີນ ສສ ຫວຽດນາມ

Apr 24, 2025

ຕອນແລງ ວັນທີ 22 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫ່ຍ 11 ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຝີກຊ້ອມເດີນຂະບວນສວນສະໜາມຕົວຈິງຢູ່ ຕົວເມືອງ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ ໃນທ່າມກາງບັນຍາກາດຟົດຟື້ນທີ່ມີປວງຊົນ ຊາວຫວຽດນາມ ຈຳນວນຫຼວງຫຼາຍ ລໍຖ້າຮັບຊົມການເດີນສວນສະໜາມຂອງບັນດາກ້ອນກຳລັງກອງທັບປະຊາຊົນລາວ, ກ້ອນກຳລັງສວນສະໜາມກອງທັບ ຫວຽດນາມ ແລະ ກ້ອນກໍາລັງສວນສະໜາມກອງທັບກຳປູເຈຍ, ທັງນີ້ກໍ່ເພື່ອເປັນການເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ມີຄວາມຊິນເຄີຍກັບສະໜາມຫັດແອບຕົວຈິງ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເດີນສວນສະໜາມ ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ຄື ວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້ ໃຫ້ມີຄຸນະພາບ ແລະ ໄດ້ຮັບໝາກຜົນສູງ.
ຂ່າວ-ພາບ: ມິກກີ້ ແກ້ວສຸວັນ