ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ເປັນໂຮງແຮມໜຶ່ງ ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງໄລຍະຜ່ານມາໄດ້ຮ່ວມມືກັບພາກລັດ ໄດ້ສົ່ງຜູ້ບໍລິຫານການຂາຍຂອງໂຮງແຮມ ເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງທ່ຽວຕ່າງປະເທດ ຢຸ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດອາຊຽນ ແລະ ສປ ຈີນ ໂດຍຮ່ວມກັບກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາເຜີຍແຜ່ການບໍລິການການທ່ອງທ່ຽວຂອງລາວ.
ໃນວັນທີ 23 ເມສາ 2025 ນີ້, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ຮອງປະທານ ສະຫະພັນປິງປ່ອງແຫ່ງຊາດລາວ, ປະທານ ສະພາການຄ້າ ເມືອງສີສັດຕະນາກ ແລະ ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ພົບປະກັບ ທ່ານ ນາງ ລີ ຊຽວຈຸນ ຮອງປະທານສະມາຄົມນັກຂ່າວທົ່ວປະເທດຈີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ແລະ ສະມາຊິກພັກກຸ່ມໜັງສືພິມລາຍວັນ ການຊູ ຈໍາກັດ, ເລຂາທິການໃຫຍ່ອົງການພັກ ແລະ ຜູ້ອໍານວຍການບໍລິຫານຂອງກຸ່ມສື່ມວນຊົນ ການຊູໃໝ່ ສປ ຈີນ ພ້ອມຄະນະ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອໍລະໄທ ສັນຕິຄົງຄາ ໄດ້ໃຫ້ຮູ້ວ່າ: ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ສ້າງຂຶ້ນໃນປີ 2012 ຕັ້ງຢູ່ແຄມແມ່ນໍ້າຂອງ ທີ່ມີທິວທັດທີ່ສວຍສົດງົດງາມ ຕອນແລງສາມາດແນມເບິ່ງຕາເວັນຕົກດິນ, ເປັນໂຮງແຮມລະດັບ 5 ດາວຂອງຄົນລາວ 100%. ນອກຈາກຕ້ອນຮັບກອງປະຊຸມໃຫຍ່ຕ່າງໆທີ່ ສປປ ລາວ ໄດ້ເປັນເຈົ້າພາບແລ້ວ ທາງໂຮງແຮມ ຍັງໄດ້ຮັບແຂກບັນດາປະມຸກລັດ ຂອງປະເທດອາຊຽນ ແລະ ສປ ຈີນ ໂດຍສະເພາະ ປະທານ ສີ ຈິ້ນຜິງ, ພາຍຫລັງເປີດໃຫ້ບໍລິການກໍໄດ້ຮັບການສະໜັບໜູນຈາກຫລາຍໆພາກສ່ວນ ໃນການຈັດກິດຈະກໍາຕ່າງໆ ແລະ ຕ້ອນຮັບແຂກທີ່ເຂົ້າມາທ່ຽວຢູ່ ນະຄອນຫລວງວຽງຈັນ.
ໂຮງແຮມແລນມາກ ແມ່ຂອງລີເວີໄຊ ມີການບໍລິການຫຼາກຫຼາຍ ເປັນຕົ້ນ ຫ້ອງພັກທີ່ມີຫລາຍລະດັບ, ການບໍລິການທາງດ້ານອາຫານ ແລະ ເຄື່ອງດື່ມ, ໃນນັ້ນມີ 3 ປະເພດອາຫານເຊັ່ນ: ອາຫານນາໆຊາດ, ອາຫານຈີນ, ອາຫານຍີ່ປຸ່ນ ແລະ ອາຫານມຸດສະລິມ. ນອກນັ້ນ, ຍັງມີຫ້ອງປະຊຸມຂະໜາດໃຫຍ່ ເພື່ອຮອງຮັບໃນການຈັດກອງປະຊຸມ, ຈັດງານລ້ຽງ ເຊິ່ງສາມາດຮອງຮັບແຂກໄດ້ປະມານ 1.800-2.000 ຄົນ, ຫ້ອງປະຊຸມລະດັບກາງ 50-200 ຄົນ, ດັບນ້ອຍ 10-20 ຄົນ ແລະ ຍັງມີອາພັດເມັນ ເພື່ອຮອງຮັບບັນດານັກທຸລະກິດ, ນັກການທູດ ທີ່ມາຢູ່ໃນໄລຍະຍາວ ແລະ ຍັງມີໂຮງແຮມໃນເຄືອ ຄື: ໂຮງແຮມແລນມາກໄລ໌ເຊັນເຕີ ຕັ້ງຢູ່ວຽງຈັນເຊັນເຕີ ຕື່ມອີກ.
ໂອກາດນີ້, ທ່ານ ນາງ ລີ ຊຽວຈຸນ ໄດ້ກ່າວຂອບໃຈ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຮູ້ວ່າ ໃນໂອກາດທີ່ຄະນະຜູ້ແທນສະມາຄົມນັກຂ່າວທົ່ວປະເທດຈີນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໄດ້ພົບປະ ແລະ ເຮັດວຽກຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄປຢ້ຽມຢາມໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳຄັນຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ ຕື່ມອີກ.
#ຂ່າວ-ພາບ:ອອນລາຍວສລ







