ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຕ້ອນຮັບຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ເຂົ້າຢ້ຽມຂໍ່ານັບ

Apr 24, 2025

ໃນວັນທີ 24 ເມສາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການສະຫະປະຊາຊາດ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ເດີນທາງມາປະຕິບັດພາລະກິດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ທ່ານ ຮອງເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະແມ່ນຕໍ່ກັບວຽກງານການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງ ອົງການສະຫະປະຊາຊາດ ໃນການສະໜັບສະໜູນ ແລະ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມກັນນີ້, ການມາຢ້ຽມຢາມທາງການດັ່ງກ່າວຍັງເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມືທີ່ດີ ລະຫວ່າງ ອົງການ ສປຊ ແລະ ສປປ ລາວ.
ທ່ານນາຍົກລັດຖະມົນຕີໄດ້ກ່າວຢໍ້າວ່າ “ເຖິງແມ່ນວ່າ ສປປ ລາວ ຈະສາມາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ຕາມແຜນການທີ່ວາງໄວ້, ແຕ່ວຽກງານດັ່ງກ່າວກໍຈະຍັງບໍ່ສິ້ນສຸດແຕ່ພຽງເທົ່ານັ້ນ, ສປປ ລາວ ຍັງເຂົ້າສູ່ໄລຍະຂ້າມຜ່ານໃນປີ 2026-2029. ຫລັງຈາກນັ້ນ, ສປປ ລາວ ກໍຍັງມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫລືອຈາກ ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໂດຍສະເພາະການສືບຕໍ່ໃຫ້ການຊ່ວຍເຫລືອໃນການຈັດຕັ້ງປະຕິບັດແຜນດໍາເນີນງານໂດຮາ ໄລຍະປີ 2022-2031 ກໍຄື ພາຍຫລັງການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການສະຫນັບສະຫນູນຂອງ ອົງການສະຫະປະຊາຊາດ ຕໍ່ການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ ອົງການ ສປຊ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຍຸດທະສາດຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ແລະ ຫລັງປີ 2026 ແນໃສ່ພັດທະນາປະເທດໃຫ້ມີຄວາມຄືບໜ້າໃນຈັ່ງຫວະທີ່ດີ ເພື່ອຮັບປະກັນໃຫ້ຫລຸດພົົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້.
ພ້ອມກັນນີ້, ສປປ ລາວ ຈະສືບຕໍ່ສະໜັບສະໜູນການປະຕິຮູບລະບົບການພັດທະນາຂອງອົງການສະຫະປະຊາຊາດ ແລະ ສືບຕໍ່ຮັດແໜ້ນການປະສານສົມທົບກັນ ໂດຍຜ່ານຜູ້ປະສານງານອົງການສະຫະປະຊາຊາດ ເພື່ອຍົກສູງປະສິດທິພາບໃນການປະຕິບັດວຽກງານຂອງອົງການເຄືອຂ່າຍ ສປຊ ຕ່າງໆ ບົນພື້ນຖານຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ໃນຂະນະດຽວກັນ, ທ່ານຮອງເລຂາທິການໃຫຍ່ອົງການ ສປຊ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສໍາເລັດໃນໄລະຍຜ່ານມາ ຂອງລັດຖະບານ ສປປ ລາວ ທີ່ໄດ້ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດຂອງຕົນ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຍືນຍົງ ຈົນສາມາດຜ່ານບັນດາເງື່ອນໄຂ ແລະ ກ້າວເຂົ້າສູ່ຂະບວນການກະກຽມການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026. ທ່ານຍັງໄດ້ກ່າວຢໍ້າຄືນຄວາມໝາຍໝັ້ນຂອງອົງການ ສປຊ ໃນການສະໜັບສະໜູນ ສປປ ລາວ ກໍຄື ບັນດາປະເທດດ້ອຍພັດທະນາອື່ນໆ ເພື່ອໃຫ້ສາມາດພັດທະນາປະເທດຊາດຂອງຕົນໃຫ້ມີຄວາມຮຸ່ງເຮືອງສີວິໄລ ແລະ ສາມາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ນອກຈາກນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືແລກປ່ຽນກັນຫລາຍບັນຫາ ໂດຍສະເພາະກ່ຽວກັບຜົນສະທ້ອນ ແລະ ສິ່ງທ້າທາຍທີ່ອາດຈະເກີດຂຶ້ນພາຍຫລັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການກະກຽມເຂົ້າຮ່ວມກອງປະຊຸມລະດັບສູງທີ່ສໍາຄັນຕ່າງໆເຊັ່ນ: ກອງປະຊຸມບັນດາປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (The LLDC3 Conference) ເຊິ່ງຈະຈັດຂຶ້ນໃນເດືອນສິງຫາ 2025 ທີ່ປະເທດຕວັກເມນິດສະຖານ, ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 80 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2025 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ກອງປະຊຸມລະດັບສູງກ່ຽວກັບການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງຍືນຍົງ ທີ່ຈະຈັດຂຶ້ນທີ່ໂດຮາ, ປະເທດກາຕາ ໃນທ້າຍປີ 2025 ເປັນຕົ້ນ.