ໃນລະຫວ່າງວັນທີ 22-26 ເມສາ ນີ້ ທີ່ ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ; ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33, ພາຍໃຕ້ຫົວຂໍ້: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ”.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ, ລວມທັງການປະເມີນຜົນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ 2025, ແລກປ່ຽນປະກອບຄວາມຄິດຄວາມເຫັນຕໍ່ຮ່າງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຫຼັງປີ 2025 ແລະ ປຶກສາຫາລືບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມຂອງວຽກງານວັດທະນະທຳ-ສັງຄົມ ອາຊຽນ ເປັນຕົ້ນແມ່ນການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈີຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກ ເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການເຕີບໂຕ, ຄວາມສາມັກຄີ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ຫຼັງຈາກນັ້ນ, ກອງປະຊຸມໄດ້ພ້ອມກັນຕົກລົງເຫັນດີຮັບຮອງເອົາ ເອກະສານສໍາຄັນ ຈຳນວນ 4 ສະບັບ ຂອງເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ເພື່ອນໍາສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46.
ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການເພີ່ມທະວີບັນດາຂໍ້ລິເລີ່ມຕ່າງໆ ໃນການເປັນປະທານອາຊຽນຂອງມາເລເຊຍ ປີ 2025 ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກໍຄື ການສ້າງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ມີຄວາມຮັດກຸມຄົບຖ້ວນ ແລະ ການປະເມີນຜົນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ໄດ້ຮັບຜົນດີຢ່າງຈົບງາມ ເພື່ອປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ມີລັກສະນະກວມລວມ, ເຂັ້ມແຂງ ແລະ ເບິ່ງກວ້າງເຫັນໄກຫຼາຍ ຍິ່ງໆຂຶ້ນ.
ທ່ານ ວັນສີ ກົວມົວ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນທີ່ແຂງແຮງ ໃນການເພີ່ມທະວີການຮ່ວມມືດ້ານວັດທະນະທຳ-ສັງຄົມອາຊຽນຢ່າງໜັກແໜ້ນ ແລະ ເຫັນດີສະໜັບສະໜູນບັນດາບຸລິມະສິດຂອງມາເລເຊຍ ໃນການຍົກສູງຄຸນນະພາບຊີວິດ ກໍຄືການພັດທະນາແບບກວມລວມ ແລະ ຍືນຍົງ ພາຍໃຕ້ການເປັນປະທານກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ປີນີ້ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ພ້ອມທັງ ສະແດງຄວາມເຫັນດີເປັນເອກະພາບຕໍ່ບັນດາເອກະສານທີ່ປຶກສາຫາລືໃນກອງປະຊຸມ ເພື່ອສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46.
ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວໃນກອງປະຊຸມຕື່ມອີກວ່າ: ນັບແຕ່ກອງປະຊຸມຄັ້ງຫຼ້າສຸດ ທີ່ ນະຄອນຫຼວງວຽງຈັນ ໃນເດືອນກັນຍາ 2024, ສປປ ລາວ ໄດ້ ສືບຕໍ່ຈັດຕັ້ງປະຕິບັດບັນດາຍຸດທະສາດຂອງພາກພື້ນຢ່າງຕັ້ງໜ້າຫຼາຍດ້ານ ເປັນຕົ້ນແມ່ນ ດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບົດບາດຍິງ-ຊາຍ ແລະ ການປົກປ້ອງທາງສັງຄົມ ສຳລັບແຮງງານເຄື່ອນຍ້າຍ ຄຽງຄູ່ກັບການຊຸກຍູ້ສົ່ງເສີມສ້າງກາລະໂອກາດໃຫ້ແກ່ຊາວໜຸ່ມ ແລະ ກຸ່ມຄົນອ່ອນແອ ໂດຍສະເພາະກຸ່ມຄົນພິການ, ດ້ວຍການພັດທະນາທັກສະ ແລະ ການສ້າງວຽກເຮັດງານທຳ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນອະນາຄົດ. ສປປ ລາວ ຍັງສືບຕໍ່ຢຶດໝັ້ນຢ່າງໜັກແໜ້ນຕໍ່ເປົ້າໝາຍລວມໃນຂະບວນການພັດທະນາຂອງອາຊຽນ ທີ່ຈະບໍ່ປ່ອຍປະໃຜໄວ້ທາງຫຼັງ.
ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງການຮັບຮອງ ຂອບວຽກການພັດທະນາແບບຍືນຍົງຂອງເສດຖະກິດສ້າງສັນອາຊຽນ ແລະ ບົດລາຍງານການປະເມີນຜົນກາງສະໄໝຂອງແຜນແມ່ບົດອາຊຽນ 2025: ການເຊື່ອມສານສິດທິຂອງຄົນພິການ, 2 ເອກະສານນີ້ ແມ່ນມີບົດບາດສໍາຄັນຫຼາຍໃນການຂັບເຄື່ອນ ແລະ ຍູ້ດັນ ອາຊຽນໃຫ້ກ້າວໄປສູ່ປະຊາຄົມທີ່ມີຄວາມກວມລວມ ແລະ ປະຊາຊົນເປັນທິດ ແລະ ສະແດງຄວາມເຫັນດີ ສະໜັບສະໜູນ ການຮັບຮອງ ເອກະສານພາລະບົດບາດ ແລະ ໜ້າທີ່ ຂອງພະນັກງານຂອງເສົາຄ້ຳວັດທະນະທຳ-ສັງຄົມ ທີ່ປະຈຳການຢູ່ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ການປັບປຸງຊື່ເອີ້ນຂອງຕົນຄືນໃໝ່, ໂດຍຮັບຮູ້ ແລະ ເຂົ້າໃຈເຖິງບົດບາດສໍາຄັນໃນການປະຕິບັດໜ້າທີ່ ເພື່ອກ້າວໄປສູ່ເປົ້າໝາຍຂອງອາຊຽນ ໃນລະດັບພາກພື້ນ ແລະ ສາກົນ.
ຂ່າວ-ພາບ: ກອງເລຂາເສົາຄໍ້າ ASCC ລາວ




