ໃນວັນທີ 24 ເມສາ 2025 ທີ່ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການພັດທະນາລະບົບຟາມທັນສະໄໝ ສໍາລັບການປູກພືດ ແລະ ລ້ຽງສັດແບບປະສົມປະສານ ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແຂວງຫຼວງພະບາງ ລະຫວ່າງ ກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ຊັນຈີນ ເອັນຈີເນຍຣິ່ງ ຈໍາກັດ ສ ເກົາຫຼີ, ການເຊັນບົດບັນທຶກຄັ້ງນີ້ ທັງສອງຝ່າຍແມ່ນມີຄວາມມຸ່ງໝາຍ ຕັ້ງໃຈຈະສ້າງສາຍສໍາພັນການຮ່ວມມື ສໍາລັບເປົ້າໝາຍການພັດທະນາການຮ່ວມກັນ ໃນການກະສິກໍາປະສົມປະສານແບບຍືນຍົງ ໂດຍສອດຄ່ອງກັບຍຸດທະສາດການປັບປຸງ ກະສິກໍາທັນສະໄໝ ໃນ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDGs. ຈຸດປະສົງຂອງການຮ່ວມມືແມ່ນເພື່ອຊອກຫາໂອກາດຮ່ວມມືໃນການພັດທະນາໂຄງລ່າງ ແລະ ສົ່ງເສີມການກະສິກໍາທີ່ທັນສະໄໝ ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະແມ່ນຢູ່ແຂວງຫຼວງພະບາງ, ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຝ່າຍບໍລິສັດ ຊັນຈີນ ເອັນຈີເນຍຣິ່ງ ຈໍາກັດ ສ ເກົາຫຼີ ເຊັນໂດຍ ທ່ານ ຊອຍ ຈອງ ຈິນ ຫົວໜ້າຝ່າຍປະຕີບັດງານ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຫົວໜ້າຮອງຫົວໜ້າພະແນກ ຮອງອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ,ຕາງໜ້າຈາກກົມແຜນການ ແລະ ການຮ່ວມມື, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ວິຊາການຈາກພາກສ່ວນກ່ຽວຂອງເຂົ້າຮ່ວມ.





