ວັນທີ 24 ເມສາ 2025 ທີ່ໂຮງຮຽນ ມຕ ກົກບົກ ເມືອງຕະໂອ້ຍ, ແຂວງສາລະວັນ ໄດ້ຈັດພິທີ ມອບ-ຮັບ ຊົ່ວຄາວ ອາຄານໂຮງຮຽນປະຖົມສົມບູນທົ່ງກາໄຮ່, ມຕ ກົກບົກ, ມສ ຕະໂອ້ຍ, ມຕ ປີໂກະ ແລະ ມຕ ໂບງນ້ຳ : ພາຍໃຕ້ໂຄງການພັດທະນາຂະແຫນງການສຶກສາ ເພື່ອການຈ້າງງານ EESDP.ADB Laos 3822.Lao: ໂດຍຊ່ວຍເຫຼືອທຶນກູ້ຢືມຈາກ ADB, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວຽງໄຊ ມະຫາທິລາດ ຄະນະປະຈຳພັກເມືອງ ຮັກສາການຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດໃນທົ່ວເມືອງ, ທ່ານ ແສງເພັດ ຊຸມພົນພັກດີ ຫົວຫນ້າພະແນກ ຄຸ້ມຄອງອອກແບບກໍ່ສ້າງກົມການເງິນກະຊວງສຶກສາ, ທ່ານ ໄພວັນ ແສງອຳພັນ ຮອງຫົວຫນ້າພະແນກສຶກສາທິການ ແລະກິລາແຂວງ, ພ້ອມດ້ວຍບັນດາທ່ານ ຄະນະພັກ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ຜູ້ອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ, ນັກຮຽນ, ຄະນະພັກຮາກຖານບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີສຸລາດ ສີບຸນເຮືອງ ຜູ້ອໍນວຍການບໍລິສັດຈະເລີນຊໍາ ໄດ້ລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມ 5 ແຫ່ງ ພາຍໃຕ້ໂຄງການພັດທະນາຂະແຫນ່ງການສຶກສາເພື່ອການຈ້າງງານ EESDP.ADB Laos 3822.Lao ການກໍ່ສ້າງອາຄານໃນ 5 ແຫ່ງນີ້ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ສິງຫາ 2024 ຫາ ວັນທີ 22 ເມສາ 2025 ອາຄານທັງຫມົດ 13 ຫລັງປະກອບດ້ວຍ 11 ຫ້ອງຮຽນ, ມີຫໍພັກຄູ-ອາຈານ 8 ຫລັງ, ຫ້ອງນ້ຳ 11 ຫ້ອງ, ຫ້ອງອະນິປະສົງ 5 ຫ້ອງ, ຫ້ອງທົດລອງມີ 5 ຫ້ອງ, ຫ້ອງການມີ 5 ຫ້ອງ, ພ້ອມດ້ວຍອຸປະກອນທີ່ທັນສະໄຫມເຊັ່ນ: ໂຕະຕັ່ງນັກຮຽນ 240 ຊຸດ, ພັດລົມ 220 ຊຸດ, ດອກໄຟ 330 ດອກ ແລະ ກະດານດໍາ.
ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກູ້ຢືມຈາກທະນາຄານ ADB ມູນຄ່າ: 689,402 (ຫົກແສນແປດສິບເກົ້່າພັນສີ່ຮ້ອຍສອງໂດລາ), ຄິດເປັນເງິນກີບ 14.713,217,484 (ສິບສີ່ຕື້ກ່ວາກີບ)
ພາບ-ຂ່າວ: ສີສະຫວາດ







