ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ເຊັນສັນຍາສຳປະທານເພື່ອພັດທະນາໂຄງການສ້າງຕັ້ງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ

Apr 25, 2025

ວັນທີ 24 ເມສາ 2025 ທີ່ຫອ້ງປະຊຸມພະແນກແຜນການ ແລະ ການລົງທຶນ ອົງການປົກຄອງແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາສຳປະທານເພື່ອພັດທະນາໂຄງການສ້າງຕັ້ງໂຮງງານຄັດແຍກ, ຫຸ້ມຫໍ່ຜົນຜະລິດເຄື່ອງປ່າຂອງດົງ ໝາກຈອງບານ, ແລະ ຜະລິດກະສິກຳໃນເນື້ອທີ່ 10 ເຮັກຕາ ຢູ່ເຂດອຸດສາຫະກຳ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອຈໍາຫນ່າຍພາຍໃນ ແລະ ຕ່າງປະເທດ.
ໂດຍໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີບັນດາຫົວໜ້າພະແນກການ, ເຈົ້າເມືອງ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້ ມີຕາງໜ້າໃຫ້ ອົງການປົກຄອງ ແຂວງອັດຕະປື ໂດຍແມ່ນ ທ່ານ ຄໍາໃບ ໄຊຍະແສງ ວ່າການຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງອັດຕະປື, ທ່ານ ວົງເດືອນ ຟອງສະໝຸດ ຮອງຫົວຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສັກບັນດິດ ຈັນທະລັງສີຮອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສັນຕິໄຊ ສີລືໄຊ ຫົວໜ້າພະແນກກະອຸດສະຫະກຳ ແລະ ການຄ້າແຂວງ, ທ່ານ ພອນໄຊ ໄກສອນເສນາ ຮອງເຈົ້າເມືອງໄຊເສດຖາ ແລະ ຝ່າຍ ບໍລິສັດມີທ່ານ ພູມີ ສີໃສວົງ ອໍານວຍການບໍລິສັດຊຸນຊິງການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ແລະ ທ່ານ ໂທນີ ໄຊຍະແສງ ຜູ້ຊ່ວຍອໍານວຍການບໍລິສັດ ໂດຍຊ້ອງຫນ້າພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ.
ຂ່າວ: ມະນີວອນ
May be an image of 9 people, dais and text