ການຈັດງານສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ2025 ໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 26 ເມສາ ນີ້ ທີ່ເດີ່ນທາດຫຼວງ ນະຄອນຫຼວງພະບາງ, ໂດຍການກ່າວເປີດຂອງທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງ ຫຼວງພະບາງ, ມີທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ, ຫົວໜ້າພະແນກ ໂຍທາທິການ ແລະຂົນສົ່ງແຂວງ, ມີ ປກສ ແຂວງ, ຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ, ພ້ອມດ້ວຍ ພະນັກງານອ້ອມຂ້າງແຂວງ ແລະນັກຮຽນເຂົ້າຮ່ວມ.
ທ່ານ ນາງ ສິລິພອນ ສຸພັນທອງ ກ່າວວ່າ: ການຈັດງານໃນຄັ້ງນີ້ ກໍເພື່ອເປັນການໂຄສະນາເຜີຍແຜ່, ປູກຈິດສຳນຶກ ໃນການປະຕິບັດກົດໝາຍ ແລະ ລະບຽບການຈະລາຈອນ, ການເອົາໃຈໃສ່ ຕໍ່ມາລະຍາດໃນການຂັບຂີ່ ແລະ ການມີນໍ້າໃຈໃຫ້ແກ່ຜູ້ນໍາໃຊ້ລົດ ໃຊ້ຖະໜົນຮ່ວມກັນ ເພື່ອຈຳກັດ ແລະ ຫລຸດຜ່ອນອຸບັດເຫດທາງຫລວງ. ເວົ້າລວມ, ເວົ້າສະເພາະ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ຂອງຊາດ ຄຽງຄູ່ກັບການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ ໂດຍໃຫ້ສອດຄ່ອງກັບຄຳຂັວນທີ່ວ່າ ‘’ ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ ‘’.
ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ຍທຂ ກ່າວລາຍງານ ໃນງານຄັ້ງນີ້ວ່າ: ສໍາລັບແຂວງຫຼວງພະບາງ ເປັນແຂວງທີ່ນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈໍານວນຫຼາຍໃນແຕ່ລະປີ ແລະກໍມີອຸບັດຕິເຫດເກີດຂື້ນຫຼາຍຄັ້ງ, ຕະຫຼອດໄລຍະຜ່ານມາຮອດປັດຈຸບັນ ບັນຫາການເກີດອຸບປະຕິເຫດຕາມທາງຫຼວງ ຢູ່ສະເພາະ ແຂວງຫຼວງພະບາງ ໃນແຕ່ລະປີ ຍັງມີອັດຕາສູງ, ສະແດງອອກໃນໄລຍະປີ 2021–2024 ທົ່ວແຂວງມີອຸບປະຕິເຫດເກີດຂື້ນ ທັງໝົດ 1.567 ຄັ້ງ, ມີຜູ້ຖຶກເຄາະຮ້າຍເສຍຊີວິດ ຈໍານວນ 205 ຄົນ, ມູນຄ່າການເສຍຫາຍ 22 ຕື້ເຈັດຮ້ອຍກວ່າລ້ານກີບ, ສະເພາະປີ 2024 ທົ່ວແຂວງມີອຸບປະຕິເຫດເກີດຂຶ້ນ 481 ຄັ້ງ, ບາດເຈັບ 828 ຄົນ, ເສຍຊີວິດ 55 ຄົນ, ຍານພາຫະນະເປ່ເພ 894 ຄັນ, ມູນຄ່າການເສຍຫາຍຈໍານວນ 9 ຕື້ກວ່າກີບ, ຍັງບໍ່ລວມຄົນທີ່ເສຍອົງຄະ, ໃນຈໍານວນຍານພາຫະນະທີ່ເກີດອຸບປະຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນປະເພດລົດໃຫຍ່, ລົດບັນທຸກ ແລະ ປະເພດອື່ນໆ, ຜູ້ເຄາະຮ້າຍຈາກການເກີດອຸບປະຕິເຫດທາງຫຼວງສ່ວນຫລາຍ ແມ່ນໄວໜຸ່ມ, ນັກຮຽນ, ນັກສຶກສາ ກວມເອົາ 80%, ປັດໃຈທີ່ພາໃຫ້ເກີດອຸບປະຕິເຫດ ແມ່ນ ຄວາມໄວ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງບໍ່ຮັບປະກັນ, ເງື່ອນໄຂຂອງຍານພາຫະນະ ແລະ ບໍ່ປະຕິບັດກົດຈະລາຈອນ, ນອກຈາກນີ້; ຍັງມີຜູ້ຂັບຂີ່ຈໍານວນໜຶ່ງບໍ່ໄດ້ຮຽນຮູ້ເຕັກນິກການຂັບຂີ່, ບໍ່່ໄດ້ຮຽນຮູ້ກົດລະບຽບຈະລາຈອນ ເທົ່າທີ່ຄວນ.




See insights
Boost a post
Like
Comment
Share


