ພິທີເປີດ ຊື້-ຂາຍຮຸ້ນ ຄັ້ງທຳອິດ ບໍລິສັດຫຼັກຊັບລາວ-ຈີນ ມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ຕະຫຼາດຫຼັກຊັບລາວ ໂດຍມີທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ກຳມະການ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ), ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ສຽວສະຫວາດ ທິລາກຸນ ຜູ້ອຳນວຍການຕະຫຼາດຫຼັກຊັບລາວ ຊຶ່ງມີບໍລິສັດຈົດທະບຽນ, ນັກລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ຄທ ຈຳກັດ (BCEL-KT) ກ່າວວ່າ: ນັບຕັ້ງແຕ່ວັນທີ 2 ກັນຍາ 2024 ໄດ້ເຊັນສັນຍາເປັນທີ່ປຶກສາທາງດ້ານການເງິນໃຫ້ກັບ ບລຈ ທາງ BCEL-KT ກໍໄດ້ດຳເນີນການ ໃນການເຮັດວຽກຢ່າງຂຸ້ນຂ້ຽວໃນການຊ່ວຍ ບໍລິສັດຫຼັກຊັບລາວ-ຈີນ ມະຫາຊົນ (ບລຈ) ເພື່ອກະກຽມເຂົ້າເປັນບໍລິສັດຈົດທະບຽນ, ຈົນມາຮອດວັນທີ 25 ທັນວາ 2024 ທາງ ບລຈ ພ້ອມ BCEL-KT ຈຶ່ງໄດ້ຍື່ນສະເໜີເອກະສານຂໍອອກຈຳໜ່າຍຮຸ້ນຄັ້ງທຳອິດ ໃຫ້ແກ່ມວນຊົນໃຫ້ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍື່ນທົບທວນເງື່ອນໄຂເບື້ອງຕົ້ນໃນການຈົດທະບຽນຮຸ້ນ ໃຫ້ແກ່ຕະຫຼາດຫຼັກຊັບລາວ ມາຮອດວັນທີ 17 ມີນາ 2025 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບຈຶ່ງອອກໃບອະນຸຍາດການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ ພາຍຫຼັງໄດ້ຮັບໃບອະນຸຍາດແລ້ວທາງ BCEL-KT ກໍໄດ້ເປີດຈຳໜ່າຍຮຸ້ນໃນແກ່ມວນຊົນໃນລະຫວ່າງວັນທີ 1-3 ເມສາ 2025 ເຫັນໄດ້ວ່າການຈອງຮຸ້ນຄັ້ງນີ້ແມ່ນໄດ້ຮັບການສົນໃຈຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ ຊຶ່ງເຫັນໄດ້ຈາກການຈອງຜູ້ລົງທຶນແມ່ນເກີນຈຳນວນເງິນທີ່ລະດົມທຶນ ພາຍຫຼັງການປິດການຈອງທາງ BCEL-KT ກໍຈັດສັນຮຸ້ນໃຫ້ແກ່ຜູ້ລົງທຶນຕາມສັດສ່ວນ ພ້ອມທັງເຮັດລາຍງານຜົນການຈຳໜ່າຍໃຫ້ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ມາຮອດປັດຈຸບັນເຫັນໄດ້ວ່າ ບລຈ ກຽມພ້ອມທີ່ຈະຈົດທະບຽນເຂົ້າຕະຫຼາດຫຼັກຊັບລາວ ເປັນບໍລິສັດຫຼັກຊັບແຫ່ງທຳອິດທີ່ຈົດທະບຽນເປັນຜະລິດຕະພັນທາງການເງິນທີ່ຈະມາຊ່ວຍເສີມສ້າງຕະຫຼາດ ທຶນລາວໃຫ້ມີຄວາມຄຶກຄືນມີຄວາມຫຼາກຫຼາຍເປັນທາງເລືອກແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ລິນລີ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ກ່າວວ່າ: ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ສ້າງຕັ້ງຂຶ້ນ ໃນວັນທີ 21 ມິຖຸນາ 2013, ໃນເມື່ອກ່ອນເອີ້ນວ່າ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ພາຍໃຕ້ການຮ່ວມມືຈາກ 3 ຂາຮຸ້ນສ້າງຕັ້ງຄື: ທະນາຄານສົ່ງເສີມກະສິກຳ, ບໍລິສັດຫຼັກຊັບ ປາຊີຟິກ ຮຸ້ນສ່ວນ ຈຳກັດ ແລະ ບໍລິສັດ ລາວອຸດສາຫະກຳຂໍ້ມູນຂ່າວສານ ຈຳກັດ. ເປັນບໍລິສັດຫຼັກຊັບ ແຫ່ງທຳອິດຂອງ ສປ ຈີນ ທີ່ໄດ້ຮັບອະນຸຍາດຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ ຈີນ ອອກຮ່ວມທຶນກັບຕ່າງປະເທດ ເພື່ອດຳເນີນທຸລະກິດດ້ານຫຼັກຊັບ ທັງເປັນ ບໍລິສັດຫຼັກຊັບ ຮ່ວມທຶນລະຫວ່າງ ລາວ ແລະ ຈີນ ແຫ່ງທຳອິດ ທີ່ໄດ້ຮັບຮອງຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບຂອງ ສປປ ລາວ ໃຫ້ດຳເນີນທຸລະກິດຫຼັກຊັບເຕັມຮູບແບບ ແລະ ເປັນບໍລິສັດຫຼັກຊັບແຫ່ງດຽວທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດບໍລິຫານກອງທຶນສ່ວນບຸກຄົນ.
ບລຈ ໄດ້ສ້າງໃຫ້ຕົນເອງເຂັ້ມແຂງ ແລະ ພັດທະນາແບບຍືນຍົງ, ສາມາດສະແດງອອກໃນຫຼາຍດ້ານລຸ່ມນີ້: 1. ການສ້າງທີມງານທີ່ມີຄຸນນະພາບ, ເຖິງແມ່ນວ່າ ບລຈ ຈະເປັນບໍລິສັດຮ່ວມທຶນ ແຕ່ ສັດສ່ວນພະນັກງານທີ່ເປັນສັນຊາດລາວກວມເອົາ 79%-90%, ຜ່ານປະສົບການ 12 ປີ ສາມາດສ້າງພະນັກງານທີ່ເປັນນັກວິຊາຊີບທຸລະກິດຫຼັກຊັບໄດ້ເປັນຈຳນວນຫຼາຍ, 2. ທຸລະກິດຫຼັກຊັບຫຼັກ ມີຄວາມເຂັ້ມແຂງ ແລະ ໜັ້ນຄົງ, ໂດຍສະເພາະວຽກງານພັນທະບັດລັດຖະບານ: ປັດຈຸບັນ ບລຈ ເປັນທີ່ປຶກສາດ້ານການເງິນ ແລະ ຕົວແທນຈຳໜ່າຍພັນທະບັດລັດຖະບານ. ນັບແຕ່ທ້າຍປີ 2018 ຮອດທ້າຍປີ 2024 ບລຈ ຮ່ວມກັບ ບໍລິສັດຫຼັກຊັບ BCEL-KT ແລະ LDB-S ຈໍາໜ່າຍພັນທະບັດ ລັດຖະບານໄປແລ້ວ 10,167.6 ຕື້ກີບ, 243.68 ລ້ານໂດລາ, 8.45 ຕື້ບາດ ແລະ 273.2 ລ້ານຢວນ.
ວຽກງານທີ່ປຶກສາດ້ານການເງິນ: ບລຈ ໄດ້ເປັນທີ່ປຶກສາດ້ານການເງິນໃນການອອກຈຳໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ເປັນທີ່ປຶກສາໃຫ້ ລາວໂທລະຄົມ, ຊີມັງລາວ (ປັດຈຸບັນປ່ຽນເປັນບໍລິສັດທ່ອງທ່ຽວ), ລັດວິສາຫະກິດ ໄປສະນີລາວ, ລັດວິສາຫະກິດ ການບິນລາວ ແລະ ຄໍ້າປະກັນການການອອກຈຳໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ຄໍ້າປະກັນການອອກຈຳໜ່າຍຮຸ້ນ IPO ໃຫ້ກັບ LCC, ພິເສດແມ່ນປີນີ້ ພາຍຫຼັງທີ່ອັດຕາແລກປ່ຽນມີຄວາມໝັ້ນຄົງ, ວຽກງານ FA ຂອງ ບລຈ ມີການຂະຫຍາຍຕົວແບບກ້າວກະໂດດ, ບລຈ ໄດ້ເຊັນສັນຍາເປັນທີ່ປຶກສາດ້ານການເງິນ ໃຫ້ກັບ ທະນາຄານ JDB ແລະ BIC ຕາມລຳດັບ ທັງເປັນທີ່ປຶກສາໃຫ້ກັບ ບໍລິສັດ ພູສີ ໃນການແຕກຮຸ້ນ.
ດັ່ງນັ້ນ, ກອງປະຊຸມສະພາບໍລິຫານ ແລະ ກອງປະຊຸມຜູ້ຖືຮຸ້ນຂອງ ບລຈ ຈຶ່ງເຫັນດີເປັນເອກະພາບ ໃຫ້ ບລຈ ອອກຈຳໜ່າຍຮຸ້ນ IPO ເພື່ອນຳມາລົງທຶນສ້າງຕັ້ງ ບໍລິສັດ ບໍລິຫານກອງທຶນເພື່ອການລົງທຶນ, ຈຳນວນຮຸ້ນອອກຈຳໜ່າຍ 111, 111, 200 ຮຸ້ນ, ມູນຄ່າກຳນົດ 100 ກີບ/ຮຸ້ນ, ລາຄາ IPO 130 ກີບ/ຮຸ້ນ, ສາມາດລະດົມທຶນໄດ້ 14,444,456,000 ກີບ, ໃນນີ້ 10 ຕື້ກີບ ຈະນໍາມາສ້າງຕັ້ງ ບໍລິສັດ ບໍລິຫານກອງທຶນເພື່ອການລົງທຶນ ຈຸດປະສົງແມ່ນເພື່ອຂະຫຍາຍຂອບເຂດການດຳເນີນທຸລະກິດເດີມທີ່ມີຢູ່ ແລ້ວຄື ບໍລິຫານກອງທຶນສ່ວນບຸກຄົນ ແລະ ເພີ່ມບໍລິຫານກອງທຶນຮ່ວມເຂົ້າຕື່ມ.
ຂ່າວ: ຕຸໄລເພັດ ຂໍ້ມູນຕະຫຼາດຫຼັກຊັບ




