ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດງານສັບປະດາແຫ່ງຊາດ ຕ້ານຄວາມປອດໄພທາງຫຼວງ

Apr 27, 2025

ໃນວັນທີ 26 ເມສາ 2025 ຢູ່ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ໄດ້ຈັດກິດຈະກໍາຂີ່ລົດຖີບ ໃນໂອກາດສັບປະດາດ້ານຄວາມປອດປອດໄພທາງຫຼວງ 5 ເມສາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ທັງເປັນປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ພ້ອມດ້ວຍພະແນກການອ້ອມຂ້າງ, ສະມາຄົມປັ່ນລົດຖີບ ແລະ ມວນຊົນເຂົ້າຮ່ວມຢ່າງເປັນຂະບວນ .
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວຕໍ່ພິທີວ່າ: ອຸບັດຕິເຫດຢູ່ຕາມທາງຫຼວງແມ່ນເກີດຂຶ້ນຢ່າງຫຼວງຫຼາຍ ແລະ ມະຫາສານ, ໃນທົ່ວໂລກມີຜູ້ເສຍຊີວິດເປັນຈໍານວນຫຼາຍ. ການຈັດງານໃນຄັ້ງນີ້, ແມ່ນເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານກໍຄືບັນດາແຂວງໃນດ້ານຄວາມປອດໄພທາງຫຼວງ ແລະ ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈາລະຈອນທາງບົກ, ຍຸດທະສາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງການອົງການສະຫະປະຊາຊາດກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກປີ 2005 ເພື່ອແນໃສ່ໂຄສະນາເພີ້ມສະຕິ ແລະ ປູກຈິດສໍານຶກທຸກຊັ້ນຄົນໃນທົ່ວສັງຄົມໃຫ້ເຫັນໄດ້ຄວາມອັນຕະລາຍຂອງການລະເມີດກົດຈາລະຈອນ, ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ຊຶ່ງເປັນສາເຫດ. ສ່ວນຂອງການເກີດອຸບັດຕິເຫດ, ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸບັດຕິເຫດຕໍ່ການດໍາລົງຊີວິດຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ຈາກນັ້ນ, ບັນດາກຜູ້ເຂົ້າຮ່ວມກໍໄດ້ເລີ້ມຂີ່ລົດຖີບ ຊຶ່ງຈຸດປ່ອຍຂອງຂະບວນລົດຖີບແມ່ນເລີ້ມຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ (ຍທຂ) ລ້ຽວຂວາໄປຊື່ຫາສື່ແຍກໄຟແດງທ່າດ່ານ ລ້ຽວຊ້າຍໄປຊື່ ຫາ ພະທາດສີໂຄດຕະບອງ (ທາດເມືອງເກົ່າ) ລ້ຽວຂ້າຍກັບຄືນໄປຕາມເສັ້ນທາງເລກທີ 11 ບ້ານປາກຊີມັງ ຮອດສີ່ແຍກບ້ານເລົ່າໂພໄຊ ລ້ຽວຂວາໄປຊື່ຮອດ ປໍ້ານໍ້າມັນໂຊກໄຊ ລ້ຽວຊ້າຍໄປທາງ ວົງວຽນຫຼັກ 2 ມາຕາມເສັ້ນທາງຫ້ອງວ່າການແຂວງ (ຖະໜົນວຽງຈັນ ) ຫາ ພະແນກ ຍທຂ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ