ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະພາແຫ່ງຊາດ ລົງຊຸກຍູ້ຕິດຕາມວຽກງານ ການສຶກສາຄົ້ນຄວ້າພັດທະນາແນວພັນເຂົ້າ

Apr 28, 2025

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງຊຸກຍູ້ ຕິດຕາມ ວຽກງານການສຶກສາຄົ້ນຄວ້າ ພັດທະນາແນວພັນເຂົ້າ, ແນວພັນພືດ ແລະ ການນໍາໃຊ້ເຕັກນິກວິຊາການທີ່ມີປະສິດທິຜົນ ໃນວັນທີ 26 ເມສາ ຜ່ານມາ ທີ່ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ນາພອກ) ຂອງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ; ໂດຍການຕ້ອນຮັບຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ສູນວິຊາການຂັ້ນສອງ.
ການລົງຊຸກຍູ້ ຕິດຕາມ ວຽກງານຄັ້ງນີ້, ກໍເພື່ອຍົກສະມັດຖະພາບ ການຜະລິດໃຫ້ສູງຂຶ້ນ ໂດຍສະເພາະແມ່ນ ຢ້ຽມຢາມແປງສາທິດແນວພັນເຂົ້າຈ້າວ TS25, ທະນາຄານເຊື້ອພັນພືດ, ຫ້ອງຂະຫຍາຍພັນພືດດ້ວຍເນື້ອເຍື່ອ, ຫ້ອງທົດລອງ ດ້ານໂມເລກູນ (DNA) ແລະ ຫ້ອງທົດລອງພະຍາດແມງໄມ້ສັດຕູພືດ, ສາງເຢັນ ເກັບຮັກສາເມັດພັນພືດ, ຄັງແຮແນວພັນເຂົ້າ, ສູນທົດລອງແນວພັນພືດທີ່ດີ ຮ່ວມມື ລາວ-ຈີນ (ກວາງຊີ) ແລະ ຢ້ຽມຊົມ ການປູກພືດໃນເຮືອນຮົ່ມທັນສະໄໝ.
ພ້ອມນີ້, ຍັງໄດ້ສືບຕໍ່ລົງຢ້ຽມຢາມ ຫໍພິພິຕະພັນດິນ ແລະ ຫ້ອງຂໍ້ມູນຂ່າວສານດິນກະສິກໍາ ທີ່ຂຶ້ນກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ.
ທີ່ມາ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ