ສະຫາຍ ພົນໂທ ຫງວຽນ ວັນ ເງ້ຍ ຮອງຫົວຫນ້າກົມໃຫ່ຍເສນາທິການກອງທັບ ປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມພົບປະ ບັນດາກ້ອນກຳລັງສວນສະໜາມທີ່ ເຂົ້າຮ່ວມເດີນສວນສະໜາມ ໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນ ໂຮ່ຈິມີນ ສສ ຫວຽດນາມ ໃນວັນທີ 26 ເມສາ 2025 ນີ້, ໃນນີ້ປະກອບ ມີກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ.
ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ກໍ່ໄດ້ຕາງໜ້າພັກ-ລັດກໍ່ຄືປະຊາຊົນຫວຽດນາມ ສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕີລາຄາສູງຕໍ່ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ເຕົ້າໂຮມປະເທດຊາດເປັນເອກະພາບ ຂອງບັນດາກ້ອນກຳລັງກອງທັບປະຊາຊົນລາວ, ສປ ຈີນ ແລະ ຣາຊາອານາຈັກກຳປູເຈຍ ໃນຄັ້ງນີ້ ພ້ອມອວຍພອນໄຊໃຫ້ບັນດາກ້ອນກຳລັງແຕ່ລະປະເທດຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ພັກ-ລັດກໍ່ຄືປະຊາຊົນຊາວນາມມອບໝາຍໃຫ້ຢ່າງຈົບງາມ.
ໂອກາດດຽວກັນ, ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ຫົວໜ້າຄະນະຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ກໍ່ສະເເດງຄວາມຂອບໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນໍາພາກ້ອນກຳລັງສວນສະໜາມ ຕາງໜ້າໃຫ້ແກ່ກອງທັບ ປະຊາຊົນລາວ ເຂົ້າຮ່ວມເດີນຂະບວນສວນສະໝາມໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ເຕົ້າໂຮມ ປະເທດຊາດຫວຽດນາມ ຄົບຮອບ 50 ປີ ໃນຄັ້ງນີ້ ເຊິ່ງເປັນເຫດການປະຫວັດສາດທີ່ສໍາຄັນໜຶ່ງ, ແມ່ນໄຊຊະນະຂອງພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມບັນດາເຜົ່າ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮູຮານ, ແມ່ນໝາກຜົນອັນໃຫ່ຍຫຼວງໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ປະເທດຊາດ ໂດຍແມ່ນພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດການລະນາ.
ພາບ-ຂ່າວ: ມິກກີ້ ແກ້ວສຸວັນ








