ວັນທີ 26 ເມສາ 2025, ແຂວງບໍ່ແກ້ວ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025, ພາຍໃຕ້ຫົວຂໍ້ ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ ເຂົ້າຮ່ວມງານດັ່ງກ່າວມີທ່ານ ພົວ ແປ້ນຄໍາ ບຸດຈັນແພງ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ມີການນໍາຂັ້ນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ພະນັກງານ, ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ທ່ານ ດຣ ຄໍາພະຫຍາ ພົມປັນຍາ ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຮອງເຈົ້າແຂວງບໍ່ແກ້ວ ກໍ່ກ່າວເປີດພິທີຢ່າງເປັນທາງການ, ຄວາມເສຍຫາຍຈາກອຸປະຕິເຫດທາງຫລວງ ແມ່ນມະຫາສານ. ຕາມການລາຍງານຂອງອົງການອະນາໄມໂລກ ຫຼື WHO ທົ່ວໂລກ ປີໜຶ່ງມີຜູ້ເສຍຊີວິດປະມານ 1.2 ລ້ານ ຄົນ, ໃນນັ້ນ ຫຼາຍກວ່າ 50 ລ້ານຄົນໄດ້ຮັບບາດເຈັບ ແລະ ຜົນເສຍຫາຍຄິດໄລ່ເປັນງົບປະມານ ແມ່ນ ປະມານ 500 ຕື້ກວ່າ ໂດລາສະຫະລັດ, ສໍາລັບ ສປປ ລາວ ສະເລ່ຍຜູ້ເສຍຊີວິດປີລະ 1000 ຄົນ ຄິດໄລ່ເປັນງົບປະມານ 175 ລ້ານໂດລາສະຫະລັດ ນີ້ຍັງບໍ່ໄດ້ລວມເຖິງຜູ້ບາດເຈັບ, ຜູ້ພິການ, ດັ່ງນັ້ນ, ລັດຖະບານຈຶ່ງໄດ້ກຳນົດຍຸດຖະສາດດ້ານຄວາມປອດໄພທາງຫຼວງ ແຕ່ປີ 2021 ຫາ 2030 ເຊິ່ງປະກອບດ້ວຍ 5 ເສົາຄໍ້າຄື: ໂຄງລ່າງຄົມມະນາຄົມ-ຂົນສົ່ງ ຫຼື ເສັ້ນທາງປອດໄພ, ພາຫະນະປອດໄພ, ຄົນໃຊ້ລົດໃຊ້ທາງຫລວງປອດໄພ, ການກອບກູ້ຊີວິດຫລັງເກີດອຸປະຕິເຫດ ແລະ ການຄຸ້ມຄອງຄວາມປອດໄພ ຊຶ່ງລວມມີ ການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ການປະຕິບັດກົດໝາຍ ແລະ ງານສັບປະດາຄວາມປອດໄພ. ພ້ອມນີ້ແຂວງບໍ່ແກ້ວກໍ່ໄດ້ຈັດກິດຈະກຳ ຂີ່ລົດຖີບ, ລົດຈັກ ແລະ ລົດໃຫຍ່ ຕາມຕົວເມືອງຫ້ວຍຊາຍ ເພື່ອສຸຂະພາບ ແລະ ໂຄສະນາ ຄວາມປອດໄພທາງຫລວງ ເປັນການປະຕິບັດຕາມກົດໝາຍຈະລາຈອນທາງບົກ.
ຂ່າວ: ຄໍາເພັງ ສີສະຫວ່າງ





