ໃນຕອນບ່າຍຂອງວັນທີ 25 ເມສາ 2025 ນີ້:ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ,ການນຳຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງໄດ້ເຄື່ອນໄຫວ ຢ້ຽມຢາມ, ຕິດຕາມ ການພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ທີ່ບ້ານຫຼັກ 17 ເມືອງປະທຸມພອນ ແຂວງຈໍາປາສັກ. ໂດຍການຮ່ວມຕິດຕາມຂອງ ທ່ານ ວິລະກອນ ແສງສະຫ່ວາງ ວ່າການຫົວໜ້າຄະນະຄຸ້ມຄອງເຂດເສດຖະກີດພິເສດ. ໃນໂອກາດຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງຈໍາປາສັກ ໄດ້ຮັບຟັງລາຍງານການດຳເນີນທຸລະກິດຂອງເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈາກທ່ານ ໂມຈິຊຸກິໂຕຊີຮິໂຣ ຜູ້ອຳນວຍການ ບໍລິສັດພັດທະນາເຂດເສດຖະກິດພິເສດ ປາກເຊ-ຍິ່ປຸນ ຊຶ່ງໃຫ້ຮູ້ວ່າ: ບໍລິສັດເປັນບໍລິສັດຮຸ້ນສ່ວນ ໂດຍມີລັດຖະບານຖືຮຸ້ນ 30% ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດຖືຮຸ້ນ70% ເຊິ່ງໄດ້ເຊັນສັນຍາຮ່ວມທຸລະກິດ ເພື່ອພັດທະນາ ແລະ ບໍລິຫານຈັດການ ກັບລັດຖະບານລາວນັບແຕ່ປີ 2015 ໂດຍມີເນື້ອທີ່ 195 ເຮັກຕາ ແລະ ນໍາເອົາທຶນຈໍານວນ 5. 600.000 ໂດລາສະຫະລັດ ເຂົ້າມາພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ: ການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເຊັ່ນລະບົບໄຟຟ້າ, ນໍ້າປະປາ, ລະບົບບໍາບັດນໍ້າເປື້ອນ, ກໍ່ສ້າງໂຮງງານເພື່ອໃຫ້ນັກລົງທຶນເຂົ້າມາເຊົ່າ, ປັດຈຸບັນມີບໍລິສັດຈາກຍີ່ປຸ່ນເຂົ້າມາລົງທຶນແລ້ວຈໍານວນ 14 ແຫ່ງ, ເພື່ອຜະລິດສິນຄ້າປະເພດຕ່າງໆເຊັ່ນຊຸດກິລາເຄນໂດ, ເຄື່ອງປະດັບ, ຢາສູບ, ເຄື່ອງນຸ່ງເດັກນ້ອຍ, ຊຸດກິໂມະໂນະຍີ່ປຸ່ນ, ສາຍໄຟໃນລົດຍົນ, ວິກຜົມ, ວັດຖຸກໍ່ສ້າງ, ເຄື່ອງສຳອາງແລະ ອື່ນໆ, ສໍາລັບແຮງງານທີ່ເຮັດວຽກຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ສ່ວນໃຫຍ່ແມ່ນແຮງງານລາວ, ພ້ອມນີ້ທ່ານເຈົ້າແຂວງ ແລະ ຄະນະການນໍາຂອງແຂວງໄດ້ເຂົ້າໄປຢ້ຽມຊົມເບີ່ງການຜະລິດຢູ່ໂຮງງານ ອໍເຈແປນ ເຊິ່ງເປັນໂຮງງານຜະລິດຊຸດກິລາເຄນໂດ ແລະ ໂຮງງານຊຶເກະລາວ ທີ່ຜະລິດຢາສູບ, ຜະລິດຕະພັນຕ່າງໆພາຍໃນເຂດເສດຖະກິດດັ່ງກ່າວແມ່ນສົ່ງອອກໄປຂາຍຢູ່ຕ່າງປະເທດ.
CR: ເກດສະໜາ






